ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມໃນການຈັດພິທີປະກາດ ວັດທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບຊາດ
ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025 ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມໃນການຈັດພິທີປະກາດ ວັດທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບຊາດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມສະຫວັນ ອິນດາວົງ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ມີບັນດາທ່ານ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ພະນັກງານລັດຖະກອນ ພ້ອມດ້ວຍຄະນະສົງວັດທາດຜ້າຄຳ ແລະ ຄະນະບ້ານເຂົ້າຮ່ວມ. ເພື່ອກຽມຄວາມພ້ອມໃນການຈັດພິທີປະກາດ ວັດທາດສຸວັນນະຜ້າຄຳ ເປັນມໍລະດົກແຫ່ງຊາດ ລະດັບຊາດເປັນຕົ້ນ: ການແບ່ງຄວາມຮັບຜິດຊອບແຕ່ລະອະນຸກຳມະການ ( ທາງດ້ານສະຖານທີ່, ທາງດ້ານພິທີການ, ທາງດ້ານຂະບວນແຫ່, ທາງດ້ານງົບປະມານ, ທາງດ້ານວາລະ ແລະ ທາງດ້ານມ່ວນຊົນເຂົ້າຮ່ວມພິທີ).