ໜ້າຫຼັກ / ປະຫວັດຄວາມເປັນມາ / ປະຫວັດຄວາມເປັນມາ

 ປະຫວັດຄວາມເປັນມາ

ປີ ຄ.ສ 1975 ພາຍຫລັງທີ່ໄດ້ຢຶດອໍານາດຢ່າງສົມບູນ ແລະ ປົດ ປ່ອຍຊາດໃນທົ່ວປະເທດແລ້ວ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ກ່ອນປີ 1975 ແຂວງບໍ່ແກ້ວແມ່ນຍັງຂຶ້ນກັບ ແຂວງຫລວງນໍ້າທາ ປະກອບມີພຽງແຕ່ 3 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແລະ ເມືອງເມິງ, ເຊິ່ງເອີ້ນວ່າ ກິ່ງແຂວງບໍ່ແກ້ວ.

ເມື່ອເວົ້າເຖິງວຽກງານ ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ມີປະຫວັດຄວາມເປັນມາດັ່ງນີ້:

ເດືອນສິງຫາ (8) 1978 ຫ້ອງການໂຄສະນາອົບຮົມເມືອງຫວຍຊາຍ ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການໂດຍພາຍໃຕ້ການຊີ້ນໍາຂອງຫົວ ຫນ້າໂຄສະນາອົບຮົມໂດຍແມ່ນ ທ່ານຄໍາຕຸ່ນ ພົນດາຮັກ, ປະກອບມີພະນັກ ງານຊ່ວຍວຽກ 5 ຄົນ, ສະຖານທີ່ບ່ອນເຮັດວຽກໃນໄລຍະນີ້ແມ່ນມີຫ້ອງການ ຕັ້ງຢູ່ບ້ານມຸງຄຸນສິນ.

ເດືອນມີນາ (3) ປີ 1980 ທາງຄະນະພັກຂັ້ນເທິງໄດ້ມີມະຕິຕົກລົງ ແຕ່ງຕັ້ງສະຫາຍວົງໄຊ ດວງຈິດ ເປັນຫົວຫນ້າໂຄສະນາອົບຮົມເມືອງຫວຍ ຊາຍຄົນໃຫມ່ທີ່ປະກອບດ້ວຍພະນັກງານຈໍານວນ 8 ຄົນ. ເຊິ່ງເຮັດຫນ້າທີ່ໃນ ການປຸກລະດົມຂົນຂວາຍປະຊາຊົນ ອອກແຮງປະຕິບັດສອງຫນ້າທີ່ຍຸດທະ ສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕໍ່ສູ້ຕ້ານການ ໂຄສະນາ ບິດເບືອນ ໃນການໃສ່ຮ້າຍປ້າຍສີຂອງພວກສັດຕູ ແລະ ພວກທີ່ປໍ ລະປັກຫວັງຢາກທໍາລາຍ ມ້າງເພລະບອບໃຫມ່.

ມາຮອດປີ 1983. ທາງກົມການເມືອງສູນກາງພັກໄດ້ອອກມະຕິ ຕົກລົງສະບັບເລກທີ 06/ ລົງວັນທີ 26/3/1983. ສ້າງຕັ້ງເປັນແຂວງບໍ່ແກ້ວ ໄດ້ແຍກອອກຈາກແຂວງຫລວງນໍ້າທາແລ້ວ ມາສ້າງຕັ້ງເປັນແຂວງບໍ່ແກ້ວຂຶ້ນ ຢ່າງເປັນທາງການ ຕາມມະຕິສະບັບເລກທີ 06/ກມ ໃນວັນທີ 26/3/1983. ໃນໄລຍະນັ້ນແຂວງບໍ່ແກ້ວມີພຽງແຕ່ 3 ເມືອງຄື: ເມືອງຫວ້ຍຊາຍ, ເມືອງ ຕົ້ນເຜິ້ງ, ເມືອງເມິງ.

ເລີ່ມແຕ່ປີຄ.ສ 1983 ທາງການຈັດຕັ້ງພັກ-ລັດໄດ້ເຫັນດີຈັດຕັ້ງແລະ ປັບປຸງການຈັດຕັ້ງເປັນຕົ້ນແມ່ນລະດົມຊອກເອົາພະນັກງານໃຫມ່ມາປະກອບບັນຈຸ, ສັບຊ້ອນເຂົ້າໃນກົງຈັກການຈັດຕັ້ງໃຫ້ຄົບຖ້ວນ ຕາມຕຳແຫນ່ງທີ່ຍັງ ຫວ່າງ ແລະ ຈໍາເປັນ. ເຊິ່ງມາຮອດວັນທີ 20 ເດືອນມິຖຸນາ ປີ 1983 ທາງ ຄະນະປະຈໍາພັກແຂວງບໍ່ແກ້ວໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ສະຫາຍ ບຸນສີ ວິ ລະຄໍາ ເປັນຫົວຫນ້າໂຄສະນາອົບຮົມແຂວງ ເປັນຜູ້ທໍາອິດ ( ຫົວຫນ້າພະ ແນກຜູ້ທີ 1 ) ໃນນັ້ນປະກອບມີການນໍາທີ່ເປັນລະດັບຮອງຫົວຫນ້າພະແນກ ຈໍານວນ 03 ສະຫາຍຄື:

  1. ສະຫາຍ ຄໍາແຄວງ ແສງມະນີ
  2. ສະຫາຍ ບຸນສີ ບຸນຍາວົງ
  3. ສະຫາຍ ຄໍາອອ່ນ

( ໃນໄລຍະນີ້ມີພະນັກງານ ລັດຖະກອນໃຫມ່ທີ່ເຮັດວຽກຢູ່ພະແນກມີ ພຽງຈໍານວນ 10 ຄົນ).

 

ປີ ຄ.ສ. 1985 ຍ້ອນມີຄວາມຕ້ອງການຂອງຫນ້າທີ່ການເມືອງຂອງ ພັກ. ທາງຄະນະພັກຂັ້ນເທິງໄດ້ຍົກຍ້າຍສະຫາຍ ບຸນສີ ວິລະຄໍາ ໄປຮັບ ຫນ້າທີ່ໃໝ່ຮັບຫນ້າທີ່ເປັນຮອງເລຂາພັກເມືອງຫວຍຊາຍ.

ປີ 1986-1987 ທາງກົງຈັກລັດໄດ້ມີການປ່ຽນແປງ ແລະ ມີຄວາມ ຕ້ອງການພະນັກງານ ໃຫ້ມີຄວາມພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ຖືກກັບລະບົບກົງຈັກການຈັດຕັ້ງ ທາງສູນກາງພັກ ກໍ່ຄືກະຊວງວັດທະນະທໍາ ໄດ້ນໍາສົ່ງ ແລະ ແຕ່ງຕັ້ງທ່ານ ສີແພງ ວົງປັນຍາ ເປັນຫົວຫນ້າພະແນກວັດ ທະນະທໍາ (ເປັນຫົວຫນ້າພະແນກຜູ້ທີ II) ໃນນັ້ນປະກອບມີຮອງຫົວຫນ້າພະ ແນກຫນຶ່ງຄົນຄື: ທ່ານຈໍາປາ ເດດພົງພັນ ແລະ ປະກອບມີພະນັກງານຈໍານວນ 10 ຄົນ ຫ້ອງການຕັ້ງຢູ່ໂຮງຮູບເງົາບ້ານຫ້ວຍຊາຍ ເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວ

ມາຮອດທ້າຍປີ ຄ.ສ 1987 ຍ້ອນຄວາມຮຽກຮ້ອງຕ້ອງການໃນ ຫນ້າທີ່ການເມືອງຂອງພັກ-ລັດ ສະຫາຍ ຄໍາແຄວງ ແສງມະນີ ຮອງພະ ແນກໄດ້ຍົກຍ້າຍໄປຮັບຫນ້າທີ່ໃຫມ່ຢູ່ເມືອງຕົ້ນເຜິ້ງ ເປັນຄະນະພັກເມືອງ. ການຈັດຕັ້ງກໍຄືຄະນະພັກຂັ້ນເທິງໄດ້ເຫັນດີຕົກລົງແຕ່ງຕັ້ງເອົາ ສະຫາຍ ຊຽງ ອ້ວນ ສໍພາບມີໄຊ ທີ່ຍົກຍ້າຍມາຈາກກະຊວງວັດທະນະທໍາ ຂຶ້ນເປັນຫົວຫນ້າ ຄະນະໂຄສະນາອົບຮົມ-ຖະແຫລງຂ່າວແຂວງບໍ່ແກ້ວ ເປັນຫົວຫນ້າພະແນກ ຄົນໃຫມ່ (ເປັນຫົວຫນ້າພະແນກຄົນທີ III ) ໃນນັ້ນປະກອບມີຮອງຫົວຫນ້າພະແນກຈໍານວນ 03 ສະຫາຍຄື:

1). ສະຫາຍ ຄໍາຫ້ວນ ມູນກະສິງ

2). ສະຫາຍ ບຸນສີ ບຸນຍາວົງ

3). ສະຫາຍ ສີແພງ ວົງປັນຍາ

ທ້າຍປີ 1988 ທາງການຈັດຕັ້ງພັກ-ລັດ ໄດ້ມີມະຕິຕົກລົງເອົາວຽກ ງານວັດທະນະທໍາ ເຂົ້າຮ່ວມກັບວຽກໂຄສະນາຖະແຫລງຂ່າວ, ເຊິ່ງເອີ້ນວ່າ: ພະແນກໂຄສະນາ, ຖະແຫລງຂ່າວ ແລະ ວັດທະນະທຳແຂວງ ເຊິ່ງເປັນ ຫົວຫນ້າພະແນກແມ່ນ ທ່ານ ຊຽງອ້ວນ ສໍພາບມີໄຊ. ໃນນັ້ນປະກອບມີຮອງ ພະແນກຈໍານວນ 3 ທ່ານຄື:

  • ທ່ານ ສີແພງ ວົງປັນຍາ
  • ທ່ານ ຄໍາຫ້ວນ ມູນກະສິງ
  • ທ່ານ ບຸນສີ ບຸນຍາວົງ

ປີ ຄ.ສ 1989 ທາງຈັດຕັ້ງພັກ-ລັດໄດ້ມີມະຕິຕົກລົງປັບປຸງລະບົບ ການຈັດຕັ້ງໃຫ້ແທດກັບພາລະບົດບາດ, ສິດ ແລະ ຫນ້າທີ່ວຽກງານວິຊາ ການ, ວິຊາສະເພາະເຊິ່ງໄດ້ແຍກເອົາວັດທະນະທໍາໄປຂື້ນກັບພະແນກສຶກສາ ແຂວງບໍ່ແກ້ວໃນນັ້ນທ່ານ ສີແພງ ວົງປັນຍາ ກໍໄດ້ຍົກຍ້າຍໄປຢູ່ນໍາພະແນກ ສຶກສາທິການແຂວງບໍ່ແກ້ວ.

 

ຮອດຕົ້ນປີ ຄ.ສ. 1990 ທາງການຈັດຕັ້ງມີການປ່ຽນແປງອີກເພື່ອໃຫ້ ແທດເຫມາະກັບຄວາມຮຽກຮ້ອງຕ້ອງໃນເງື່ອນໄຂໃຫມ່ ຈິ່ງໄດ້ໂອນວຽກງານ ວັດທະນະທໍາກັບຄືນມາຢູ່ນໍາຄະນະໂຄສະນາອົບຮົມ - ຖະແລງຂ່າວອີກ. ໃນ ໄລຍະນີ້ກໍຍັງແມ່ນສະຫາຍຊຽງອ້ວນ ສໍພາບມີໄຊເປັນຫົວຫນ້າພະແນກຄືເກົ່າ ເຊິ່ງປະກອບມີຮອງຫົວຫນ້າພະແນກຈໍານວນ 03 ສະຫາຍຄື:

  1. ສະຫາຍ ຄໍາຫ້ວນ ມູນກະສິງ
  2. ສະຫາຍ ສີແພງ ວົງປັນຍາ
  3. ສະຫາຍ ບຸນສີ ບຸນຍາວົງ

ມາຮອດທ້າຍປີ ຄ.ສ 1990 ສະຫາຍຊຽງອ້ວນ ສໍພາບມີໄຊ ຫົວໜ້າ ພະແນກຄົນເກົ່າໄດ້ລາພັກຜ່ອນເຂົ້າບຳນານຕາມລະບຽບລັດຖະກອນ ສະນັ້ນ ທາງການຈັດຕັ້ງ ກໍຄືຄະນະພັກຂັ້ນເທິງໄດ້ມີຄວາມເຫັນດີຕົກລົງແຕ່ງຕັ້ງ ສະຫາຍ ຄໍາຫ້ວນ ມູນກະສິງ ຂຶ້ນເປັນຫົວຫນ້າພະແນກໂຄສະນາອົບຮົມ ຖະແຫລງຂ່າວແຂວງບໍ່ແກ້ວຄົນໃຫມ່. (ເປັນຫົວຫນ້າພະແນກຜູ້ທີ IV ) ໃນ ນັ້ນປະກອບມີຮອງຫົວຫນ້າພະແນກຈໍານວນ 03 ສະຫາຍຄື:

1). ສະຫາຍ ສີແພງ ວົງປັນຍາ

2). ສະຫາຍ ບຸນສີ ບຸນຍາວົງ

3). ສະຫາຍ ຈໍາປາ ເດດພົງພັນ

ມາຮອດວັນທີ 5 ກໍລະກົດ (7) 1992 ທາງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຕົກລົງແຍກສອງຕົວເມືອງຂອງ ແຂວງອຸດົມໄຊ ແລ້ວໂອນມອບໃຫ້ແຂວງບໍ່ແກ້ວ ມີສອງເມືອງຄື: ເມືອງປາກທາ, ເມືອງຜາອຸດົມ. ເຊິ່ງມາຮອດປະຈຸບັນແຂວງບໍ່ແກ້ວມີຈໍານວນ 5 ເມືອງຄື: ເມືອງຫວຍຊາຍ, ເມືອງຕົ້ນເຜິ້ງ, ເມືອງເມິງ, ເມືອງປາກທາ ແລະ ເມືອງຜາ ອຸດົມ, ປະກອບມີ 265 ບ້ານ, 27.606 ຄົວເຮືອນ, ມີພົນລະເມືອງທັງຫມົດ ຈໍານວນ 158.683 ຄົນ, ຍິງ 76.516 ຄົນ (ສະຖິຕິປີ2010) ສະນັ້ນວຽກ ງານຖະແຫລງຂ່າວ ແລະ ວັດທະນະທໍາ ຢູ່ແຂວງບໍ່ແກ້ວກໍແມ່ນຂະແໜງການ ໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕີບໃຫຍ່ ຂະຫຍາຍຕົວໄປພ້ອມກັບວຽກ ງານອື່ນໆພາຍໃນແຂວງບໍ່ແກ້ວ ເຊິ່ງການສ້າງຕັ້ງເບື້ອງຕົ້ນແມ່ນຂຶ້ນກັບຄະນະ ໂຄສະນາອົບຮົມ - ຖະແຫລງຂ່າວແຂວງເຊິ່ງເອີ້ນຊື່ວ່າ: ຄະນະໂຄສະນາ ອົບຮົມ-ຖະແຫລງຂ່າວ ແຂວງບໍ່ແກ້ວ)

ປີ ຄ.ສ 1993 ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງຂອງກົມ ການເມືອງສູນກາງພັກ, ວ່າດ້ວຍທິດນໍາ ແລະ ຫລັກການໃນການຄຸ້ມຄອງຕາມ ຂະແຫນງການສະບັບເລກທີ 21/ກມສພ, ລົງວັນທີ8/5/1993, ຈາກນັ້ນທາງ ສໍານັກງານນາຍົກລັດຖະມົນຕີຈຶ່ງໄດ້ອອກດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະ ທຳ ເລກທີ 25/ນຍ, ລົງວັນທີ 24/3/1993, ປະຕິບັດຕາມທິດຊີ້ນໍາຂອງກົມການເມືອງສູນ ກາງພັກທີ່ວ່າ: ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຕາມທິດນໍາ ທີ່ວ່າ: ທຸກມະຕິຂອງພັກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຕາມທິດນໍາທີ່ວ່າ:ທຸກມະຕິຂອງພັກຕ້ອງໄດ້ຮັບການຈັດຕັ້ງປະຕິບັດ, ບຸກຄົນ ຕ້ອງຂຶ້ນກັບການຈັດຕັ້ງ, ສຽງສ່ວນໜ້ອຍຕ້ອງຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມ ຕ້ອງປະຕິບັດຕາມທິດຊີ້ນໍາຂອງຄະນະພັກຂັ້ນເທິງ ຈາກເນື້ອໃນດັ່ງກ່າວທ່ານ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ວັດທະນະທໍາ ໄດ້ມີແນວທາງທີ່ເປັນ ເອກະພາບປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດ ຊອບໃນນາມການຊີ້ນໍາ - ນໍາພາ, ການຄຸ້ມຄອງແບບມະຫາພາກ, ຄຸ້ມຄອງ ຕາມຂະແໜງການ. ທາງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ວັດທະ ນະທໍາ ຈຶ່ງໄດ້ອອກຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວວຽກງານ ຖະແຫຼງຂ່າວ ແລະ ວັດທະນະທຳ, ສະບັບເລກທີ 372 /ຖວ, ລົງວັນທີ 23 ເດືອນສິງຫາ (8) ປີ 1993, ເຊິ່ງມາຮອດໄລຍະນີ້ທາງການຈັດຕັ້ງພັກ-ລັດໄດ້ ມີຄວາມເອກະພາບ ຕົກລົງແຍກອອກເປັນສອງພະແນກຄື: ຄະນະໂຄສະນາ ອົບຮົມແຂວງບໍ່ແກ້ວ, ພ້ອມນັ້ນກໍໄດ້ສ້າງຕັ້ງພະແນກຖະແຫລງຂ່າວ ແລະ ວັດທະນະທໍາແຂວງບໍ່ແກ້ວຂຶ້ນຢ່າງເປັນທາງການ. ໃນ ປີ ຄ.ສ 1993 ໂດຍ ແຕ່ງຕັ້ງທ່ານສີແພງ ວົງປັນຍາ ເປັນຫົວໜ້າພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງບໍ່ແກ້ວ. ໃນນັ້ນຕຳແໜ່ງເບື້ອງພັກແມ່ນເປັນເລຂາໜ່ວຍພັກ (ເປັນຫົວໜ້າພະແນກຜູ້ທີ່V) ເຊິ່ງປະກອບມີຮອງຫົວໜ້າພະແນກໜຶ່ງ ສະຫາຍຄື:

1). ສະຫາຍ ບຸນສີ ບຸນຍາວົງ (ເປັນຮອງຫົວໜ້າພະແນກ).

ທາງຄະນະພັກຂັ້ນເທິງໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ສະຫາຍ ສົມພອນ ແກ້ວມະນີ ຂຶ້ນເປັນຫົວໜ້າຫ້ອງການພະແນກຖະແຫຼງຂ່າວ ແລະ ວັດທະນະທໍາແຂວງບໍ່ແກ້ວໃນຕົ້ນ ປີ ຄ.ສ 1993 ຢ່າງເປັນທາງການ (ຕຳແໜ່ງ ເບື້ອງພັກແມ່ນເປັນຄະນະໜ່ວຍພັກ).

ມາຮອດໄລຍະນີ້ວຽກງານຖະແຫຼງຂ່າວ ແລະ ວັດທະນະທໍາແມ່ນມີ ການພັດທະນາຂຶ້ນເປັນເທື່ອລະກ້າວ. ເຊິ່ງເຮັດໃຫ້ມີການຂະຫຍາຍຕົວທາງ ດ້ານປະລິມານ ແລະ ຄຸນນະພາບ ແຕ່ແຂວງລົງຮອດທ້ອງຖິ່ນ ບັນດາຫ້ອງ ການຖະແຫຼງຂ່າວ ແລະ ວັດທະນະທໍາເມືອງ, ຈໍານວນພະນັກງານລັດຖະກອນໄດ້ເພີ້ມຂຶ້ນເປັນຈໍານວນຫຼວງຫຼາຍ, ເປັນຕົ້ນລະບົບການຈັດຕັ້ງແມ່ນໄດ້ ຮັບການປັບປຸງໃຫ້ເປັນລະບົບ ທັງສັບຊ້ອນ ບັນຈຸພະນັກງານທີ່ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດປະກອບເຂົ້າໃນລະບົບການຈັດຕັ້ງ ທັງກຳນົດ ຕຳແໜ່ງງານ, ວຽກງານພັກແມ່ນໄດ້ຮັບການເຄື່ອນໄຫວຢ່າງເປັນປົກກະຕິ ປະຕິບັດວຽກງານຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກງານເປັນໝູ່ ຄະນະ ແບ່ງງານໃຫ້ບຸກຄົນຮັບຜິດຊອບ ພ້ອມນັ້ນວຽກງານອົງການຈັດຕັ້ງມະ ຫາຊົນກໍໄດ້ປັບປຸງໃຫ້ເປັນລະບົບຄົບຊຸດ, ການເຄື່ອນໄຫວປະຕິບັດວຽກງານ ທຸກດ້ານແມ່ນມີຄວາມສາມັກຄີ, ຄວາມເປັນເອກະພາບກັນສູງ. ໃນນັ້ນລະບົບ ໂຄງລ່າງກໍໄດ້ຮັບການກໍ່ສ້າງ ແລະ ປັບປຸງເປັນລະບົບເຊັ່ນ: ປຸກສ້າງອາຄານພະແນກປຸກສ້າງອາຄານສະຖານີວິທະຍຸ ອ້ອມພະແນກ, ວຽກງານວິຊາການ ວິຊາສະເພາະເຊິ່ງມີການນໍາໃຊ້ຄອມພີວ ເຕີ, ມີລະບົບວິທະຍຸເກີດຂື້ນໃນປີ 1996 ດ້ວຍຄວາມແຮງຂະຫນາດ 300 ວັດ ເຊິ່ງເລີ່ມອອກອາກາດຕັ້ງແຕ່ວັນທີ7/8/1996 ແລະ ຕິດຕັ້ງເຄື່ອງຮັບສົ່ງ ໂທລະພາບຂະຫນາດ 300ວັດ ຈາກນັ້ນໄດ້ຍົກລະດັບຄວາມແຮງຂອງວິທະຍຸ 1000 ວັດ, ໂທລະພາບຂື້ນເປັນ 1000 ວັດໃນມູນຄ່າ 157.300 ໂດລາ ຊື້ອຸ ປະກອນວິທະຍຸ-ໂທລະພາບ ພ້ອມນັ້ນກໍໄດ້ສ້າງສູນວັດທະນະທໍາຂື້ນໃນປີ 1997ຢ່າງເປັນທາງການ. ທາງດ້ານວັດທະນະທໍາກໍມີການເຕີບໃຫຍ່ ແລະ ຂະຫຍາຍຕົວໄປຕາມລໍາດັບເຊັ່ນ: ບັນດາຫົວໜ່ວຍງານວັດທະນະທຳມະຫາ ຊົນ, ໜ່ວຍງານສິລະປະກຳ, ວິຈິດຕະກຳ, ໜ່ວຍງານສິ່ງພິມ ແລະ ປ້າຍ, ໜ່ວຍງານພິພິທະພັນ, ວັດຖຸບູຮານ, ຫໍວາງສະແດງກໍໄດ້ຮັບການຈັດຕັ້ງຂຶ້ນ ພ້ອມນັ້ນບັນດາພື້ນຖານວັດຖຸບູຮານຊະນີຍະສະຖານ ແມ່ນໄດ້ຮັບການສໍາຫລວດ ແລະ ບູລະນະຄືນ, ບັນດາວັດຖຸບູຮານທີ່ຕັ້ງຢູ່ຂອບເຂດເມືອງເກົ່າ ສຸວັນນະໂຄມຄໍາ ກໍໄດ້ສໍາຫລວດ ປົກປັກຮັກສາ ແລະ ຂຶ້ນທະບຽນ ພ້ອມທັງ ຂໍທຶນຈາກກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ, ອົງການຢູ່ເນັດສະໂກ ມາປັບປຸງບັນດາວັດຖຸບູຮານດັ່ງກ່າວເປັນຢ່າງດີ.

ປີ ຄ.ສ 1999 ທາງການຈັດຕັ້ງພັກ - ລັດ ກໍຄືຄະນະພັກຂັ້ນເທິງໄດ້ ສືບຕໍ່ແຕ່ງຕັ້ງສະຫາຍ ສີແພງ ວົງປັນຍາ ເປັນຫົວຫນ້າພະແນກຖະແຫລງ ຂ່າວ ແລະ ວັດທະນະທໍາແຂວງບໍ່ແກ້ວ ອີກສະໄຫມຫນຶ່ງ ( ເປັນຫົວຫນ້າ ຄົນທີ V ອີກສະໄຫມຫນຶ່ງ) ໃນນັ້ນປະກອບມີຫົວຫນ້າພະແນກຈຳນວນ 02 ສະຫາຍຄື:

1). ສະຫາຍ ບຸນສີ ບຸນຍາວົງ

2). ສະຫາຍ ສຸທິດ ມິດສຳພັນ

ມາຮອດປີ ຄ.ສ 2000 ຍ້ອນມີຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ ການເມືອງຂອງພັກ - ລັດ ສະຫາຍ ສີແພງ ວົງປັນຍາ ຫົວຫນ້າພະແນກ ຄົນເກົ່າໄດ້ຖືກຍົກຍ້າຍໄປຮັບຫນ້າໃຫມ່ ຂຶ້ນເມືອຢູ່ກະຊວງຖະແຫລງຂ່າວ ແລະ ວັດທະນະ ທຳ. ສະນັ້ນທາງຄະນະປະຈໍາພັກແຂວງບໍ່ແກ້ວ ກໍຄືທ່ານລັດ ຖະມົນຕີກະຊວງຖະແຫລງຂ່າວ ແລະ ວັດທະນະທຳຈິ່ງໄດ້ເຫັນດີຕົກລົງ ບົ່ງຕົວແຕ່ງຕັ້ງເອົາສະຫາຍ ວັນທອງ ຈິດຕະກຸນ ຂຶ້ນເປັນຫົວຫນ້າພະແນກ ທັງເປັນເລຂາໜ່ວຍພັກຂອງພະແນກຖະແຫລງຂ່າວ ແລະ ວັດທະນະທໍາແຂວງບໍ່ແກ້ວ (ເປັນຫົວຫນ້າພະແນກຄົນທີ VI ). ໃນນັ້ນປະກອບມີຮອງຫົວຫນ້າ ພະແນກຈໍານວນ 02 ສະຫາຍຄື:

1). ສະຫາຍ ບຸນສີ ບຸນຍາວົງ

2). ສະຫາຍ ສຸທິດ ມິດສໍາພັນ

ປີ ຄ.ສ 2005 ທາງການຈັດຕັ້ງພັກ-ລັດກໍຄືຄະນະປະຈຳພັກແຂວງບໍ່ ແກ້ວກໍຄືຄະນະພັກປະຈໍາຂັ້ນເທິງກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໄດ້ມີການປັບປຸງລະບົບກົງຈັກການຈັດຕັ້ງພະແນກຖະແຫລງຂ່າວ ແລະ ວັດ ທະນະທຳແຂວງບໍ່ແກ້ວຄືນໃຫມ່ ໂດຍຍົກຍ້າຍສະຫາຍ ວັນທອງ ຈິດຕະກຸນ ໄປເປັນຫົວຫນ້າພະແນກທ່ອງທ່ຽວແຂວງບໍ່ແກ້ວ. ຈາກນັ້ນລັດຖະມົນຕີກະ ຊວງຖະແຫລງຂ່າວ ແລະ ວັດທະນະທໍາ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວຫນ້າ ແລະ ຮອງຫົວຫນ້າພະແນກຖະແຫລງຂ່າວ ແລະ ວັດທະນະທໍາປະຈໍາແຂວງບໍ່ແກ້ວສະບັບເລກທີ 252/ຖວ, ລົງວັນທີ 16/05/2005 ທີ່ປະກອບດ້ວຍບັນດາທ່ານດັ່ງນີ້: ແຕ່ງຕັ້ງທ່ານບຸນສີ ບຸນຍາ ວົງ ເປັນຫົວຫນ້າພະແນກຖະແຫລງຂ່າວ ແລະ ວັດທະນະທໍາແຂວງບໍ່ແກ້ວ (ເປັນຫົວຫນ້າພະແນກຄົນທີ VII ). ເຊິ່ງປະກອບມີຮອງຫົວຫນ້າພະແນກ 02 ສະຫາຍຄື:

  1. ສະຫາຍ ສຸທິດ ມິດສໍາພັນ
  2. ສະຫາຍ ສົມພອນ ແກ້ວມະນີ

 

ປີ ຄ.ສ 2010 ທາງການຈັດຕັ້ງພັກ - ລັດ ກໍຄືຄະນະປະຈຳພັກ ແຂວງບໍ່ແກ້ວມີຄວາມເຫັນດີໃຫ້ສະຫາຍ ສົມພອນ ແກ້ວມະນີ ສະມັກເຂົ້າກໍາ ມະການພັກແຂວງສະໄຫມທີ IV ໃນເມື່ອສະໝັກໄດ້ຫລືປ່ອນບັດໄດ້ແລ້ວທາງ ການຈັດຕັ້ງເລຂາພັກແຂວງບໍ່ແກ້ວໄດ້ອອກມະຕິຕົກລົງສະບັບເລກທີ 428/ຄປພບກ, ລົງວັນທີ 05/ສິງຫາ (8) ປີ 2010 ວ່າດ້ວຍຂໍ້ກໍານົດບົດບາດ, ສິດ ຫນ້າທີ່, ວິທີເຮັດວຽກຂອງຄະນະບໍລິຫານພັກແຂວງ ແລະ ການຮັບຮອງ ສະຫາຍ ສົມພອນ ແກ້ວມະນີ ເປັນກຳມະການພັກແຂວງໆບໍ່ແກ້ວຊຸດທີ IV ພ້ອມນັ້ນແມ່ນອິງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ວັດທະນະທໍາໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ ວ່າດ້ວຍການແຕ່ງຕັ້ງຫົວຫນ້າພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງບໍ່ແກ້ວຢ່າງເປັນທາງການໃນສະບັບເລກທີ 374/ຖວ ລົງ ວັນທີ 19/05/ປີ 2010. ( ເປັນຫົວຫນ້າພະແນກຄົນທີ VIII ). ຫລືວ່າລຸ້ນທີ VIII ( ຖືໄດ້ວ່າເປັນຄັ້ງທໍາອິດ ຫລືວ່າຄັ້ງປະຫວັດສາດທີ່ທາງພະແນກໄດ້ເຂົ້າເປັນກຳມະການພັກແຂວງໃນຊຸດນີ້:) ໃນນັ້ນປະກອບມີຮອງຫົວຫນ້າພະແນກ ຈໍານວນ 02 ສະຫາຍຄື:

1). ສະຫາຍ ວິໄນ ກັນຍາເດດ

2). ສະຫາຍ ບຸນລົບ ຫລວງລືໄຊ

ຫລັງຈາກນັ້ນ ມາຮອດກອງປະຊຸມສະພາແຫ່ງຊາດສະໄຫມທີ 7 ໄດ້ມີການປ່ຽນແປງລະບົບການຈັດຕັ້ງບາງກະຊວງ ເພື່ອປັບປຸງໃຫ້ຖືກຕ້ອງ ສອດຄ່ອງຕາມສະພາບຄວາມເປັນຈິງຂອງການຂະຫຍາຍຕົວ ທາງດ້ານເສດ ຖະກິດ - ສັງຄົມຢູ່ ສ ປ ປ ລາວຂອງພວກເຮົາ ເຊິ່ງທ່ານນາຍົກລັດຖະ ມົນຕີແຫ່ງ ສ ປ ປ ລາວໄດ້ອອກຂໍ້ຕົກລົງວ່າດ້ວຍການສັບຊ້ອນ ການຈັດຕັ້ງ ກົງຈັກການຈັດຕັ້ງຢູ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ສະບັບເລກທີ 67/ ນຍ, ລົງວັນທີ 22 ກໍລະກົດ (7) 2011. ແລະ ແຈ້ງການ ຂອງຄະນະປັບປຸງກົງຈັກການຈັດຕັ້ງລັດຖະບານ ສະບັບເລກທີ 04/ຄປກລ, ລົງວັນທີ 16 ກັນຍາ (09) 2011 ວ່າດ້ວຍການໂຮມວຽກງານຖະແຫລງຂ່າວ, ວັດທະນະທໍາ ກັບອົງການທ່ອງທ່ຽວແຫ່ງຊາດເຂົ້າເປັນອັນຫນຶ່ງ ອັນດຽວເຊິ່ງເອີ້ນວ່າ: ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ ຂັ້ນແຂວງແມ່ນໃຫ້ເອີ້ນວ່າ: ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະນັ້ນຈິ່ງໄດ້ອີງໃສ່ດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 396/ນຍ, ລົງວັນທີ 02/11/2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອິງ ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ນະຄອນຫລວງວຽງຈັນ ສະບັບເລກທີ 400/ຖວທ ລົງວັນທີ 5 (ພຶດສະພາ) 2012. ພ້ອມນັ້ນແມ່ນ ອີງໃສ່ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 288/ຖວທ ລົງວັນທີ 07 ທັນວາ (12) 2011 ວ່າດ້ວຍການແຕ່ງຕັ້ງພະນັກງານຮັບຫນ້າທີ່ໃຫມ່ເຊິ່ງປະກອບມີພະນັກ ງານການນໍາພະແນກຈໍານວນ 03 ສະຫາຍຄື:

  • ສະຫາຍ ສົມພອນ ແກ້ວມະນີ ເປັນຫົວຫນ້າພະແນກ
  • ສະຫາຍ ອຸດົມສິນ ສຸກບົວຄໍາ ເປັນຮອງພະແນກ
  • ສະຫາຍ ວິໄນ ກັນຍາເດດ ເປັນຮອງພະແນກ

 

ຈາກນັ້ນທາງການນໍາຂອງພະແນກໄດ້ມີຄວາມເປັນເອກະພາບປັບ ປຸງລະບົບກົງຈັກການຈັດຕັ້ງຄືນໃຫມ່ຢ່າງເປັນລະບົບຄົບຊຸດໂດຍບັນຈຸ ສັບຊ້ອນຕາມໂຄງປະກອບຕາມຫນ້າວຽກຄວາມຮູ້, ຄວາມສາມາດ, ຄຸນສົມບັດ ສິນທໍາປະຕິວັດ, ພອນສະຫວັນ ແລະ ວິຊາທີ່ໄດ້ຮຽນຈົບມາເປັນບ່ອນອີງ ດັ່ງນີ້:

  1. ສະຫາຍ ນາງ ຈັນທີ ວົງປະເສີດ, ເປັນຫົວຫນ້າຫ້ອງການ.
  2. ສະຫາຍ ນາງ ເພັດສຸວັນ ພົງທະຈັກ ເປັນຫົວຫນ້າຂະແຫນງຈັດຕັ້ງ
  3. ສະຫາຍ ອຸ່ນເຮືອນ ອຸ່ນຫາວິໄລ, ເປັນຫົວຫນ້າຂະແຫນງຖະ ແຫລງຂ່າວ
  4. ສະຫາຍ ແກ່ນຄໍາ ຈັນທະລິດ, ເປັນຫົວຫນ້າຂະແຫນງວັດທະນະທຳ.
  5. ສະຫາຍ ນາງ ບົວວັນ ໄຕປັນດິດ, ເປັນຫົວຫນ້າຂະແຫນງທ່ອງທ່ຽວ
  6. ສະຫາຍ ຫອມແກ້ວ ແຫວນເງິນ, ເປັນຫົວຫນ້າສະຖານີວິທະຍຸ-ໂທລະພາບແຂວງ.
  7. ສະຫາຍ ສົມສັກ ວຽງວິໄລ, ເປັນຫົວຫນ້າກອງວິຊາການພິພິທະພັນ-ວັດຖຸບູຮານ.
  8. ສະຫາຍ ສົມສະຫວັນ ອິນພາວົງ, ເປັນຫົວຫນ້າສູນວັດທະນະທຳເດັກ.
  9. ສະຫາຍ ຄໍາວົງ ເກດວິໄລ, ເປັນຮອງຄະນະກວດກາລັດຂອງພະແນກ.

ໂດຍປະຕິບັດຕາມຂໍ້ກຳນົດຂອງກົມການເມືອງ ສູນກາງພັກປະຊາຊົນປະຕິວັດ ລາວ ສະບັບເລກທີ 02/ກມສພ ລົງວັນທີ 14 ກໍລະກົດ 2003 ວ່າດ້ວຍ ການແຕ່ງຕັ້ງ, ສັບປ່ຽນບ່ອນປະຈໍາການຂອງພະນັກງານ ແລະ ອີງຕາມການ ຄົ້ນຄວ້າເຫັນດີ ເປັນເອກະພາບຂອງຄະນະປະຈໍາພັກແຂວງ ໃນກອງປະຊຸມ ຄັ້ງວັນທີ 25 ທັນວາ 2012. ທ່ານເຈົ້າແຂວງບໍ່ແກ້ວ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 096/ຈຂບກ ລົງວັນທີ 1/2/2013 ວ່າດ້ວຍການຍົກຍ້າຍບ່ອນ ປະຈໍາການຄື: ຍົກຍ້າຍທ່ານ ອຸດົມສິນ ສຸກບົວຄໍາ ຮອງພະແນກໄປ ປະຈຳການຢູ່ຫ້ອງການປັບປຸງທຸລະກິດແຂວງ ແລະ ຍົກຍ້າຍ ທ່ານ ນ ບົວ ວັນ ໄຕບັນດິດ ຫົວຫນ້າຂະແຫນງທ່ອງທ່ຽວ ໄປຮັບຫນ້າທີ່ໃຫມ່. ເປັນຮອງ ຫົວຫນ້າໂຄສະນາອົບຮົມແຂວງ. ພ້ອມນັ້ນ ທ່ານເຈົ້າແຂວງບໍ່ແກ້ວ ໄດ້ເຫັນດີແຕ່ງຕັ້ງທ່ານ ຄໍາໃສ ສີຜາວັນ ຮອງປະທານກໍາມະບານແຂວງບໍ່ແກ້ວ ໄປຮັບ ຫນ້າທີໃຫມ່ ເປັນຮອງຫົວຫນ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ....