ຜາພະ ຕັ້ງຢູ່ບ້ານປາກງາວ ຫ່າງຈາກຕົວເມືອງຫ້ວຍຊາຍ ປະມານ 1 5 ກິໂລແມັດ. ຜາພະເປັັນສະຖານທີ່່ທ່ອງທ່ຽວທາງດ້ານທຳມະຊາດທີ່ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນໂດຍຮອຍແກະສະຫລັກຮູບພາບຢູ່ເທິງຜາຫີນແຫ່ງນີ້ ດ້ວຍປາຍດາບຂອງເຈົ້າອານຸວົງ ເພື່ອເປັນການລະນຶກລູກສາວຂອງເພິ່ນທີ່ໄດ້ສິ້ນພະຊົນຊີບຢູ່ສະຖານທີ່ແຫ່ງນີ້. ນອກນັ້ນ, ເພິ່ນຍັງໄດ້ຝັງເຄື່ອງຂອງມີຄ່າໄວ້ຈຳນວນຫນຶ່ງໄວ້ໃນບໍລິເວນໂງ່ນຫີນກາງແມ່ນ້ຳຂອງ ແລະ ໄດ້ຂຽນຕຳລາຈາລຶກໄວ້ວ່າ: ໄປພຽງຕາມາພຽງຕີນ. ແຕ່ຫນ້າເສຍດາຍທີ່ເຄື່ອງຂອງມີຄ່າເຫົ່ລານັ້ນໄດ້ຖືກກຸ່ມຄົນບໍ່ດີຂຸດຄົ້ນເອົາໄປຫມົດແລ້ວເຫລືອແຕ່ຮ່ອງຮ່ອຍປະໄວ້ເທົ່ານັ້ນ. ຖ້າທ່ານໄດ້ມີໂອກາດມາທ່ຽວຊົມຜາພະແຫ່ງນີ້ ນອກຈາກທ່ານຈະໄດ້ເພີດເພີນກັບທິວທັດອັນສວຍງາມຂອງທຳມະຊາດຢູ່ບໍລິເວນອ້ອມຮອບຜາພະແລ້ວທ່ານຍັງຈະໄດ້ສະຜັດກັບພາບໃນອາດີດແລະຫວນຄືນສູ່ເຫດການທາງປະຫວັດສາດອັນສຳຄັນກ່ຽວກັບການເຄື່ອນໄຫວຂອງເຈົ້າອານຸວົງນຳອີກ.
ແຫຼ່ງທ່ອງທ່ຽວ
ໜ້າຫຼັກ / ແຫຼ່ງທ່ອງທ່ຽວ / ແຫຼ່ງທ່ອງທ່ຽວ
ເມືອງ ຫ້ວຍຊາຍ
ວັດຈອມເຂົາມະນີລັດ ເປັນວັດທີ່ເກົ່າແກ່ແຫ່ງໜຶ່ງທີ່ມີຄວາມສັກສິດ ໄດ້ຕັ້ງຢູ່ໃຈກາງເມືອງຫ້ວຍຊາຍ.ພຸດທະສາສະນິກກະຊົນ ໃຫ້ຄວາມເຄົາລົບນັບຖື. ສ້າງຕັ້ງຂຶ້ນໃນປີ 1880. ຮູບແບບການປຸກສ້າງ ແມ່ນເຮັດດ້ວຍໄມ້ສັກ ເປັນບ່ອນສັກກາລະບູຊາຂອງຊາວເມືອງ ແລະ ນັກທ່ອງທ່ຽວ. ວັດຈອມເຂົາມະນີຣັດຍັງເປັນຕົ້ນກຳເນີດເຮືອນຕັ້ງເສົາ ຢອງຫີນ ໃນກາງສະຕະວັດທີ 15 (ປະຈຸບັນຖືກໄຟໄໝ້ແລ້ວ),ພາຍໃນສິມ ມີຮູບພາບເລົ່າປະຫວັດຂອງພະພຸດທະເຈົ້າ, ມີເຕົ່າຫີນເພື່ອສ່ຽງທວາຍ, ບານປະຕູສະຫຼັກດ້ວຍຮູບພາບປະຫວັດຂອງທ້າວສີທົນ ແລະ ນາງມະໂນລາ ທີ່ສວຍສົດງົດງາມ.
ວັດທາດສຸວັນນະຜ້າຄຳ
ຕັ້ງຢູ່ບ້ານຕີນທາດເມືອງຫ້ວຍຊາຍ ຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 2,5 ກິໂລແມັດ, ມີການເຂົ້າເຖິງທີ່ສະດວກສະບາຍ. ຜ່ານການລົງສຳຫຼວດແລ້ວມີແຜນພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສົມບູນ, ສາມາດຈັດລະດັບໃຫ້ເປັນແຫຼ່ງທ່ອງທ່ຽວລະດັບແຂວງ, ພາກສ່ວນບ້ານເປັນຜູ້ຄຸ້ມຄອງ. ຕາມແຜ່ນສິລາລຶກຂອງວັດນີ້ໄດ້ກ່າວໄວ້ວ່າວັດທາດສຸວັນະຜ້າຄຳເດີມມີຊື່ວ່າ:ວັດພະທາດປາກຫ່າຍເປັນວັດທີ່ມີຄວາມສັກສິດແຫ່ງໜຶ່ງທີ່ປະຊາຊົນທັງພາຍໃນແລະ ຕ່າງປະເທດທີ່ນັບຖືສາສະໜາພຸດໃຫ້ຄວາມເຄົາລົບນັບຖື, ໃນຕຳນານໄດ້ກ່າວໄວ້ວ່າມີສອງອ້າຍນ້ອງຄື: ເຈົ້າລະວະ ແລະ ເຈົ້າລະວ້າເຊິ່ງເປັນຣາຊະບຸດຂອງພະຍາລະໂວລະວາ ໄດ້ນຳເອົາບໍລິວານປະພາດປ່າເພື່ອລ່າເນື້ອ, ມາເຖິງໂນນແຫ່ງໜຶ່ງເຊິ່ງເປັນບ່ອນທີ່ເໝາະສົມທີ່ຈະປັກຂ່າຍດັກເອົານົກເວລານັ້ນໄດ້ມີພະສຳມະນະເດີນຈາ
ຣົກມາ, ເມື່ອເຈົ້າ ລະວະ ລະວ້າ ໄດ້ເຫັນໂສມມະນັດກໍ່ເກີດມີຈິດໃຈເຫຼື້ອມໃສສັດທາ ຈຶ່ງໄດ້ພາກັນນິມົນລົງໄປສົງນໍ້າຢູ່ແຄມຂອງ(ຢູ່ບ່ອນນັ້ນມີກົກເດື່ອໃຫຍ່ກົກໜຶ່ງ, ຢູ່ກ້ອງກົກເດື່ອມີພະລານຫີນໃຫຍ່ທີ່ກວ້າງຂວາງ ແລະ ຮົ່ມເຢັນ), ເມື່ອສົງນ້ຳຮຽບຮ້ອຍແລ້ວກໍ່ຍື່ນຜ້າອາບນ້ຳໃຫ້ເຈົ້າລະວະເອົາໄປຕາກ, ພາຍຫຼັງຕາກຜ້າອາບນໍ້າແລ້ວທັງສອງພີ່ນ້ອງກໍ່ພາກັນລົງມາອາບນໍ້າຫຼັງຈາກນັ້ນກໍ່ຂຶ້ນມາກູ້ເອົາຜ້າອາບນ້ຳທີ່ຕາກໄວ້ເມື່ອຮື້ຜ້ານັ້ນຂຶ້ນຜ້ານັ້ນກໍ່ກາຍເປັນຄຳໄປໝົດທັງຜືນເຮັດໃຫ້ສອງອ້າຍນ້ອງຕື່ນເຕັ້ນ, ຕື້ນຕັນໃຈໃນຄວາມມະຫັດສະຈັນຈຶ່ງນໍາເອົາຜ້າຜືນນັ້ນມາເຄນໃຫ້ພະສໍາມະນະແລ້ວຕິດຕາມພະສໍາມະນະກັບຄືນເມືອຫາທີ່ພັກພໍຕົກຄໍ່າກໍ່ພາກັນຈັດທີ່ນອນຖວາຍ, ພໍຕື່ນເຊົ້າມາກໍ່ພາກັນຈັດເອົາພັດຕະຫານມາຖວາຍຈາກນັ້ນສອງພີ່ນ້ອງພ້ອມດ້ວຍບໍລິວານກໍ່ພາກັນເຂົ້າຟັງທໍາມະເທດສະໜາພາຍຫຼັງຟັງເທດຈົບແລ້ວກໍ່ພາກັນຄາລະວະພະສຳມະນະເຈົ້າໄດ້ເອົາມືລູບຫົວມີເສັ້ນຜົມຕິດມືອອກມາ 3 ເສັ້ນ, ຍື່ນມອບໃຫ້ເຈົ້າລະວະ ລະວ້າ ສອງພີ່ນ້ອງພ້ອມທັງຜ້າອາບນ້ຳທີ່ກາຍເປັນຄຳນັ້ນແລ້ວບອກໃຫ້ສອງພີ່ນ້ອງຈົ່ງພາກັນເອົາຂອງສອງຢ່າງນີ້ໄປສ້າງເປັນອານຸສາວະລີ ໄວ້ເປັນບ່ອນນົບໄຫວ້ເຄົາລົບບູຊາແກ່ປວງຊົນທັງຫຼາຍສືບເມື່ອພາຍໜ້າ, ຈາກນັ້ນທັງສອງພີ່ນ້ອງຈຶ່ງເອົາຜ້າຄຳ ແລະ ເງິນໃຫ້ຊ່າງຕີເປັນເຮືອຄຳເຮືອເງິນອູບຄຳອູບເງິນແລ້ວເອົາຜົມ3ເສັ້ນນັ້ນມາບັນຈຸໄວ້ໃນອູບຄຳອູບເງິນນັ້ນ, ຕໍ່ຈາກນັ້ນກໍ່ພາໃຫ້ບໍລິວານທັງຫຼາຍຂຸດຂຸມຢູ່ເທິງໂນນທີ່ປັກຂ່າຍ(ປັກຫ່າຍ) ໃຫ້ເລິກພຽງລະດັບນ້ຳຂອງຫຼັງຈາກນັ້ນກໍ່ບັນຈຸເຮືອຄຳເຮືອເງິນອູບຄຳອູບເງິນ ລົງໄວ້ໃນແລ້ວກວາດດິນຖົມແລ້ວກໍ່ພາກັນກໍ່ພະທາດເຈດີກວມເອົາໄວ້ໃນລະຫວ່າງປີຈູນສັກະລາດ 384 ກົງກັບ ປີ ຄສ 1022 ຫຼື ພສ 1565 ແລ້ວໃຫ້ຊື່ວ່າພະທາດປັກຫ່າຍ, ຈາກນັ້ນກໍ່ແບ່ງບໍລິວານຕັ້ງບ້ານຢູ່ເພື່ອເບິ່ງແຍງຮັກສາອຸປະຖຳພະທາດນັ້ນໃນເວລາຕໍ່ມາ ຄຳວ່າພະທາດປັກຫ່າຍກໍ່ພ້ຽນມາເປັນພະທາດປາກຫ່າຍ, ພະລານຫີນຜາຄຳກໍ່ໄດ້ກາຍເປັນຜ້າຄຳສືບຕໍ່ກັນມາ ເຊິ່ງລວມອາຍຸໄດ້ 997 ປີ (ແຕ່ປີ ຄສ 1022 ຫາ ປີ ຄສ 2019) ແລະ ຕາມການເລົ່າຂານຂອງຜູ້ເຖົ້າໃນເມື່ອກ່ອນຍັງເວົ້າອີກວ່າພໍຮອດມື້ວັນສິນ 15 ຄໍ່າເທິງຈອມພະທາດຈະມີແສງຮຸ່ງແຈ້ງສະຫວ່າງຢູ່ຕະຫຼອດເຮັດໃຫ້ມີຜູ້ເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ(ຂໍ້ມູນນີ້ແມ່ນໄດ້ມາຈາກປຶ້ມປະຫວັດຂອງເມືອງຫ້ວຍຊາຍ). ປັດຈຸບັນວັດດັ່ງກ່າວກໍ່ໄດ້ມີການສັກກາລະບູຊາຕາມເທດສະການງານບຸນປະເພນີຕ່າງໆ ຕາມຮີດສິບສອງຂອງສາສະໜາພຸດ ແຕ່ພິເສດແມ່ນວັດແຫ່ງນີ້ຈະມີການເຮັດບຸນຂຶ້ນທາດເພື່ອສັກກາລະບູຊາພະທາດໃນມື້ຂຶ້ນ 15 ຄໍ່າ ເດືອນ 12 ເຊິ່ງກົງກັບ ມື້ສະເຫຼີມສະຫຼອງບຸນພະທາດຫຼວງວຽງຈັນທີ່ໄດ້ຮັບຄວາມນິຍົມ ແລະເປັນສິ່ງທີ່ດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມີຄວາມສົນໃຈຢາກມາທ່ຽວຊົມຫຼາຍຂຶ້ນ.
ຄ້າຍເກົ່າທະຫານຝຣັ່ງ ເປັນສະຖານທີ່ທາງປະຫວັດສາດສະໄໝສົງຄາມອິນດູຈີນ, ມີທີ່ຕັ້ງ
ຢູ່ຈຸດໃຈກາງຂອງເມືອງຫ້ວຍຊາຍ ແລະ ຖືກສ້າງຂຶ້ນໃນປີ 1900. ຄ້າຍດັ່ງກ່າວປະກອບມີກຳແພງຮົ້ວອ້ອມສີ່ດ້ານ, ຫ້ອງການເຮັດວຽກ,ຄຸກຄຸມຂັງນັກໂທດ, ເຮືອນພັກຂອງທະຫານ
ແລະ ເຮືອນຄົວ, ມີປ້ອມຍາມສັງເກດການສອງດ້ານຄື: ດ້ານໜ້າ ແລະ ດ້ານຫລັງ. ພາຍ
ຫຼັງທີ່ປະເທດລາວ ໄດ້ຖືກຈັດເຂົ້າເປັນແຄ້ວນໜຶ່ງຂອງອານາເຂດຝຣັ່ງປົກຄອງອິນດູຈີນໃນ
ປີ 1893.ຫຼັງຈາກປະເທດລາວປະກາດເອກະລາດຈາກຝຣັ່ງ ໃນປີ 1954; ກອງທັບລາດສະ
ອານາຈັກລາວ ໄດ້ນຳໃຊ້ຄ້າຍແຫ່ງນີ້ຈົນຮອດປີ 1975. ຫຼັງຈາກນັ້ນເປັນຕົ້ນມາ
ຄ້າຍເກົ່າທະຫານຝຣັ່ງດັ່ງກ່າວ ແມ່ນຢູ່ໃນຄວາມຮັບຜິດຊອບ ຂອງກອງທັບ ປະຊາຊົນປະຕິວັດລາວ. ຫວ່າງບໍ່ດົນມານີ້ຄ້າຍ ເກົ່າທະຫານຝຣັ່ງໄດ້ຖືກໂອນມາຢູ່ໃນຄວາມຮັບຜິດຊອບຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ.
ປ່າສະຫງວນແຫ່ງຊາດນ້ຳກ່ານ ມີທີ່ຕັ້ງຢູ່ບ້ານຕູບ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.ຫ່າງຈາກເທດສະບານ ແຂວງ 85 ກິໂລແມັດ, ມີເນື້ອທີ່ 136,000 ເຮັກຕາ. ນັບແຕ່ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດ ແຫ່ງທີ່ 21 ເປັນທາງການຂອງສປປ ລາວ. ເຂດປ່າສະຫງວນດັ່ງກ່າວ ກໍ່ເປັນປ່າທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດໃນການສົ່ງເສີມການນຳໃຊ້ສິ່ງອຳນວຍຄວາມສະດວກ. ຄູ່ຮ່ວມງານກາກບອນປ່າໄມ້ (FCPF, Forets Carbon Partnership Facility) ແລະ ແຜນງານ REDD+ (ການລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຈາກການຕັດໄມ້ທະລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມໂຊມReducing Emissions from Deforestation and Forest Degradation) ໃນປີ 2010 ຊີວະນາໆພັນຂອງໂລກ,ບໍລິສັດອານຸລັກຊີວະນາໆພັນ ເອນີໂມໄດ້ບັນລຸຜົນສຳເລັດ ດ້ານການປົກປັກຮັກສາປ່າໄມ້,ການທ່ອງທ່ຽວການປູກຕົ້ນໄມ້ ແລະ ການສະໜັບສະໜູນ ການຫັນກະສິກຳຈາກການເຮັດໄຮ່ມາເປັນການເຮັດນາຄົງທີ່ ເພຶ່ອຮັບປະກັນລະດັບການ ປົກປັກຮັກສາ ແລະ ສ້າງມູນຄ່າໃຫ້ແກ່ປ່າສະຫງວນ ໃຫ້ນັບມື້ນັບດີຂຶ້ນ. ການພັດທະນາໂຄງການ Gibbon Experienceໃນປ່າສະຫງວນແຫ່ງຊາດນ້ຳກ່ານ ເຊິ່ງວັດຖຸປະສົງຕົ້ນຕໍແມ່ນເພື່ອປົກປັກຮັກສາປ່າໄມ້ດ້ວຍການພັດທະນາການທ່ອງທ່ຽວແບບທຳມະຊາດເພື່ອສາມາດຊ່ວຍປະກອບທຶນສ່ວນໜຶ່ງໃຫ້ແກ່ການປົກປັກຮັກສາຊີວະນາໆພັນ ໃຫ້ຜົນປະໂຫຍດແກ່ແຂວງບໍ່ແກ້ວໃນປະຈຸບັນດ້ວຍຫຼາຍຮູບແບບ ໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໂຄງການໄດ້ສ້າງວຽກງານດ້ານການທ່ອງທ່ຽວໃຫ້ປະຊາຊົນເຂດຊົນນະບົດ ໂດຍຈິດວິນຍານໃນການປົກປັກຮັກສາຊັບພະຍາກອນທຳມະຊາດ. ໃນເມື່ອກ່ອນຫ້ວຍຊາຍທີ່ພຽງແຕ່ເປັນດ່ານຊາຍແດນໄດ້ 14 ແຂວງບໍ່ແກ້ວກາຍມາເປັນປາຍທາງການທ່ອງທ່ຽວ. ການສ້າງວຽກເຮັດງານທຳ ໃນຂະແໜງການທ່ອງທ່ຽວທຳມະຊາດ ແລະ ເພື່ອປົກປັກຮັກສາປ່າໄມ້ເພື່ອຫຼຸດຜ່ອນການຖາງໄຮ່ ແລະ ຈູດປ່າ ໂດຍບໍລິສັດເປັນສ່ວນປະກອບໜຶ່ງ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ່ 6ຂອງລັດຖະບານລາວ,ເຊິ່ງວັດຖຸປະສົງ ແມ່ນເພື່ອຫລຸດພົ້ນຄວາມທຸກ
ຍາກ ເຊິ່ງໄດ້ກ່າວໄວ້ ໃນຍຸດທະສາດແຫ່ງຊາດ ເພື່ອພັດທະນາ ແລະ ການລົບລ້າງຄວາມທຸກຍາກຮອດປີ 2020. ເນື່ອງຈາກປ່າສະຫງວນແຫ່ງຊາດນໍ້າກ່ານ, ແຂວງບໍ່ແກ້ວ ໄດ້ກາຍເປັນປາຍທາງທ່ອງທ່ຽວສ່ວນໜຶ່ງ ແລະ ເປັນທີ່ຮູ້ຈັກໃນທົ່ວໂລກ. ການທ່ອງທ່ຽວແບບອະນຸລັກຊີວະນາໆພັນແມ່ນ
ການທ່ອງທ່ຽວຍ່າງປ່າໃຊ້ເວລາ 1 ຊົ່ວໂມງ ຫຼື 50 ນາທີເທົ່ານັ້ນ ຫຼື ທ່ານສາມາດ ເລືອກການຍ່າງປ່າໃນປ່າດົງເລິກທີ່ມີຄວາມຕື່ນເຕັ້ນ ແລະ ການພະຈົນໄພຫຼາຍກວ່າ ເຊິ່ງໃຊ້ເວລາ 2 ເຖິງ 3 ຊົ່ວໂມງຕໍ່ວັນ ຕາມລຳນ້ຳງາ.ບໍລິສັດອະນຸລັກຊີວະນາໆພັນ (The Gibbonexperience) ເປັນໂຄງການປູກປ່າ ແລະ ອະນຸລັກສັດປ່າເຊິ່ງມີແຫຼ່ງລາຍຮັບຈາກທຸລະກິດການທ່ອງທ່ຽວແບບອະນຸລັກທີ່ນຳໃຊ້ແຫຼ່ງລາຍຮັບດັ່ງກ່າວ ເຂົ້າໃນໂຄງການຄຸ້ມຄອງຊັບພະຍາກອນທຳມະຊາດຂອງຊຸມຊົນທ້ອງຖິ່ນແບບຄົບວົງຈອນໃນເຂດປ່າສະຫງວນແຫ່ງຊາດນ້ຳກ່ານ.
ເມືອງ ຕົ້ນເຜິ້ງ
ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ມີໄລຍະຫ່າງ ຈາກເທດສະບານແຂວງ40 ກິໂລແມັດ, ໄລຍະຫ່າງຈາກເທດສະບານເມືອງຕົ້ນເຜິ້ງ 5 ກິໂລແມັດ, ໄລຍະທາງຈາກບ້ານ 3ກິໂລແມັດ ເຂົ້າສູ່ເມືອງສຸວັນນະໂຄມຄຳ, ທິດເໜືອ ຕິດກັບເມືອງຕົ້ນເຜິ້ງ, ທິດໃຕ້ ແລະ ທິດຕາເວັນຕົກຕິດກັບນ້ຳຂອງ. ເມືອງເກົ່າສຸວັນນະໂຄມຄຳ ເປັນບູຮານສະຖານ ທີ່ບັນຈຸຮ່ອງຮອຍ ທາງປະຫວັດສາດແຫ່ງບູຮານນະຄອນ ເກົ່າແກ່. ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານ ຝັ່ງຊິດ ກາເຍ ຂຽນໄວ້ໃນປຶ້ມການສຳຫຼວດແມ່ນ້ຳຂອງ” ຂອງທ່ານ ໃນສັດຕະວັດທີ່ 19 ໄດ້ເວົ້າໄວ້ວ່າ: ເມືອງສຸວັນນະໂຄມຄຳນັ້ນປະກົດຕົວຢູ່ໃນສັດຕະວັດທີ່ V. ຂອງຄິດຕະ ສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ເຊິ່ງໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດເມືອງໜອງກະແສແສນຍ່ານ ໄດ້ນຳລີ້ພົນ 7 ໂກດ ທະລຸລົງ ຕາມລຳນ້ຳຂອງ,ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນວາລະຕໍ່ມາ. ນອກນັ້ນ ໃຫ້ຮູ້ອີກວ່າ: ຊາວເມືອງໂພທິສານຫຼວງ (ສີໂຄດຕະບອງ ຫຼື ໂຄຕະປູລະ) ນັ້ນແມ່ນເຊື້ອສາຍຂອມ. ຕຳນານຍັງບອກໃຫ້ຮູ້ອີກວ່າ:ເມືອງສຸວັນນະໂຄມຄຳນັ້ນເຕີບໃຫຍ່ຂຶ້ນຢ່າງໄວວ່າ ພຽງແຕ່ໄລຍະ 3 ປີ ບ້ານເຮືອນຂອງໄພ່ພົນ ກໍ່ມີເຖິງ1 ແສນຫຼັງ. ຕໍ່ມາເມືອງສຸວັນນະໂຄມຄຳ ໄດ້ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າ ເຊິ່ງແມ່ນພວກນາກ ຊາວຫຼວງພະບາງອັນເປັນສາເຫດກໍ່ໃຫ້ເກີດຄວາມຂຸ່ນມົວໃຈ, ຜິດຂ້ອງຕ້ອງຖຽງກັນ. ຊາວຫຼວງພະບາງຈຶ່ງໄດ້ຍົກລີ້ພົນຂຶ້ນເມື່ອ ທຳລາຍເມືອງສຸວັນນະໂຄມຄຳ ຈົນຮາບກ້ຽງ ພາໃຫ້ຊາວເມືອງແຕກຕື່ນອົບພະຍົບໄປທົ່ວສາລະທິດເຊັ່ນ: ໄປທິດອຸມຸງສີຊັດສະນາໄລແລະ ຫຼວງພະບາງ, ເຊິ່ງເຂົາເຈົ້າໄດ້ນຳເອົາປະເພນີການໄຫຼເມືອງເກົ່າສຸວັນນະໂຄມຄຳ 23 ແຂວງບໍ່ແກ້ວເຮືອໄຟໄປປະຕິບັດສະຖານທີ່ນັ້ນນຳພ້ອມ. ຢູ່ຕໍ່ມາ ຍັງມີເຊື້ອນາກ ເຊິ່ງແມ່ນຕະກູນລາວຈົກຄືລາວສາຍພາກເໜືອທາງຊຽງລາຍ ໄດ້ມາ ສ້າງນະຄອນສຸວັນນະໂຄມຄຳຂຶ້ນອີກ; ເຊິ່ງຕາມຕຳນານ ມີກຳແພງຮອບ 4 ດ້ານ ແລະ ຍາແຕ່ລະດ້ານຍາວ 3.000 ວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳ ທີ່ສາບສູນໄປແລ້ວນັ້ນຈຶ່ງໄດ້ຮຽກຊື່ໃໝ່ວ່າເມືອງນາເຄນເທລະນະຄອນ ຫຼື ນະຄອນບູລີ ຫຼື ເມືອງນະຄະພັນທຸງ ສິງຫົນວັດນະຄອນ ຫຼື ນະຄອນຊວາ.ເນຶ່ອງຈາກວ່າ ແມ່ນຊາວລາວພາກເໜືອ ມະຫາກາບເລື່ອງ “ທ້າວຮຸງ-ທ້າວເຈືອງ”ຍັງໄດ້ໝາຍໄວ້ອີກຊື່ໜຶ່ງ ນັ້ນຄື: ນະຄອນເງິນຍາງ ຫຼື ເງິນຍວງ ຕໍ່ມາເມື່ອພະຍາແສນພູໄດ້ມາກິດທີ່ເມືອງດັ່ງກ່າວ ກໍ່ໄດ້ອີກຊື່ໃໝ່ ຄື:ຊຽງແສນ (ເກົ່າ)ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ ຫຼື ນະຄະບູລີມາຕະຫຼອດ 43 ເຊັ່ນກະສັດ ຈຶ່ງມາຮອດຂຸນເຈືອງ ຜູ້ເປັນກະສັດລາວຜູ້ທຳອິດທີ່ເຕົ້າໂຮມບັນດາເຜົ່າ ເປັນເອກະພາບກັນຢູ່ອານາຈັກທາງພາກເໝືອ ໃນ ຄສ 1096. ຂຸນເຈືອງໄດ້ນຳລີ້ພົນພິສິດຫຼວງພະບາງ, ຊຽງຂວາງ ແລະ ປະກັນ(ແຄວ້ນແກວຈີນ ແລ້ວ ສາ້ງເປັນຈັກກະພົບລາວ ເອກະພາບກັນລະຫວ່າງເຜົ່າເປັນຄັ້ງທຳອິດເປັນຕົ້ນແມ່ນຕະກູນນາກ ແລະ ຂອມ.ນັບວ່າພະອົງເປັນກະສັດຜູ້ຍິ່ງໃຫຍ່ຜູ້ໜຶ່ງຂອງຊາວລາວ ບັນດາເຜົ່າ. ອານາຈັກຂຸນເຈືອງລົ້ມລະລາຍລົງ ໃນ 4 ເຊັ່ນກະສັດ ໃນລາດຊະການຂອງອັນເປັນເຫຼັນຫຼອນຂອງ ຂຸນເຈືອງພາຍຫຼັງທີ່ໄດ້ເສຍໄຊໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກມາແຕ່ເມືອງລຸ່ມ ທີ່ທົ່ງນານ້ອຍອ້ອຍໜູ(ປະຈຸບັນແມ່ນດຽນບຽນຟູ) ຄືເມືອງແຖນນັ້ນເອງ. ເມືອງເກົ່າສຸວັນນະໂຄມຄຳ ອັນເປັນຊື່ກົກເຄົ້າຂອງນະຄອນບູຮານແຫ່ງນີ້ນັບວ່າໄດ້ຜ່ານຂະບວນການຖືກທຳລາຍ ແລະ ການຟື້ນ
ຟູຫຼາຍຄັ້ງຫຼາຍຫົນພາຍໃຕ້ຊື່ຕ່າງໆ ກວ່າຈະມາເຖິງສະພາບນະຄອນຮ້າງເຫຼືອໄວ້ແຕ່ເສດຮ່ອງຮອຍປະໄວ້. ຕາມການສຳຫຼວດໃນເບື້ອງຕົ້ນໃນສະຖານທີ່ປະມານ 10,000 ເຮັກຕາ; ພົບວ່າມີ 44 ບູຮານສະຖານ ແລະ ຖານກໍ່ສ້າງດ້ວຍອິດ ແລະ ປະທາຍ. ອັນເປັນພຸດທະສີມາ, ພະທາດ, ພະພຸດທະຮູບ, ນ້ຳສາງ ແລະ ສະຖານທີ່ອື່ນໆ. ສິ່ງທີ່ຊົງຄວາມງົດງາມ ແລະ ຄວາມສະຫງ່າຕະການຕາ ອັນຍັງຫລົງເຫຼືອຈາກສີມືຂອງໂຈນປົ້ນສົມບັດທັງລາວ ແລະ ໄທ ໃນສະໄໝກ່ອນນັ້ນ ອັນໄດ້ແກ່ພະພຸດທະຮູບອົງມາທິທີ່ເຮັດດ້ວຍອິດ ແລະ ປະທາຍ, ເປັນພພຸດທະຮູບອົງໃຫຍ່ ມີ
ໜ້າຕັກກວ້າງ7,10 ແມັດ, ລວງສູງ7,22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງ ແຕ່ກະໂພກຫາເຂົ່າ 3,60 ແມັດນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໃນຍ່ານອາຊີ ອາຄະເນຕາມ24 ແຂວງບໍ່ແກ້ວຂະໜາດຂອງພະພຸດທະຮູບອົງນີ້ ໄດ້ສັນນິຖານວ່າ ແມ່ນພະພຸດທະຮູບປະຈຳທີ່ວັດພະຣາດສະວັງ, ຮອດປະຈຸບັນນີ້ ຍັງເຫຼືອພຽງແຕ່ຮ່າງຄີງ, ສ່ວນພະຫັດ, ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດ, ເຈາະ,ກິດຫ້ຽນແລະ ກົ່ນເອົາຂອງດີໄປໝົດແລ້ວ. ນອກຈາກນັ້ນ ຍັງມີພະອີກອົງໜຶ່ງທີ່ມີຂະໜາດເກືອບຊ່ຳໆກັນ
ແຕ່ຖືກລົ້ມພັງທະລາຍ ແລະ ພະລ້ານຕື້ ຫຼື ພະຣັດສະໝີທອງສຳລິດ ທີ່ຈົມຢູ່ແມ່ນ້ຳຂອງ. ປູສະນີຍະສະຖານທີ່ຍັງຫຼົງເຫຼືອຢູ່ນັ້ນ ສັນນິຖານໄດ້ວ່າ ແມ່ນມາຈາກຍຸກຂອງນະຄອນຊຽງແສນ ເປັນສ່ວນໃຫຍ່; ເປັນຕົ້ນແມ່ນໃນສະໄໝ ເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງ ໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມຄາບສອງຝັ່ງແມ່ນ້ຳຂອງ. ນະຄອນ ດັ່ງກ່າວ ໄດ້ຖືກພັງທະລາຍລົງບັ້ນສຸດທ້າຍໂດຍການຮຸກຮານຂອງກອງທັບພະມ້າ ໃນລາດຊະການຂອງ ພະເຈົ້າໄຊຍະເສດຖາທິຣາດ. ຈາກນັ້ນແລ້ວ ຍັງມີແນວສາຍພູນ້ອຍຕັ້ງຢູ່ດ້ານຕາເວັນ
ຕົກຂອງນະຄອນຮ້າງທີ່ເນັ່ງຢຽດແຕ່ດ້ານເໜືອເຖິງດ້ານໃຕ້ ແມ່ນສັງເກດເຫັນຮ່ອງເລິກ ແລະ ກວ້າງປະມານ 10 ກວ່າແມັດ ເນັ່ງຢຽດເຖີງແຄມຂອງ, ມີຄັນຄູສູງລຽບທາງຂອງເບື້ອງຕາເວັນອອກ. ດັ່ງນັ້ນ,ຈຶ່ງເຂົ້າໃຈໄດ້ວ່າ: ແມ່ນຕະຄອງສູ້ຮົບ ແລະ ກຳແພງປ້ອງກັນກອງທັບຊ້າງມ້າກໍ່ຄືລີ້
ພົນຂ້າເສິກທົ່ວໄປ ທີ່ມາຮຸກຮານ. ປະຈຸບັນ ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ມີການອະນຸລັກ ແລະ ປະກາດເປັນປູສະນີຍະສະຖານແຫ່ງຊາດ ແລະ ເປັນບ່ອນຫວງຫ້າມ, ເປັນອຸທິຍານ ບ່ອນສຶກສາຫາຄວາມຮູ້ໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນບ່ອນສະຖານທີ່ພັກຜ່ອນຢ່ອນອາລົມ, ເປັນການສະຫງວນວັດທະນະທຳທີ່ຫຼາກຫຼາຍກໍ່ຄືທຳມະຊາດທີ່ສວຍງາມ.
ດອນຊາວ ແມ່ນດອນທີ່ມີຄວາມສວຍສົດງົດງາມທາງດ້ານທຳມະຊາດ ຢູ່ຫ່າງຈາກເທດສະບານເມືອງຕົ້ນເຜິ້ງໄປທາງທິດເໜືອປະມານ 5 ກິໂລແມັດ, ຖັດຈາກຈຸດສາມຫຼ່ຽມຄໍາ (ຊາຍແດນສາປະເທດ: ລາວ - ໄທ -ມຽນມາ) ລົງມາທາງທິດໃຕ້ປະມານ 1,4 ກິໂລແມັດ. ຈຸດພິເສດຂອງດອນຊາວນີ້ແມ່ນດອນຊາວເປັນດອນທີ່ໃຫຍ່ເຕັມໄປດ້ວຍຕົ້ນງິ້ວປ່າ ແລະ ສວຍສົດງົດງາມທາງດ້ານທຳມະຊາດ, ມີຕົ້ນງິ້ວທັງໝົດປະມານ 2.000 ກ່ວາຕົ້ນ, ເນື້ອທີ່ 70 ກວ່າເຮັກຕາ, ເຮັດໃຫ້ມີການຈັດງານບຸນປະເພນີເທດສະການດອກງິ້ວບານຂຶ້ນໃນທຸກໆປີ ເຊີ່ງເລີ່ມຈັດຂຶ້ນຕັ້ງແຕ່ປີ ຄສ 2000 ແລະ ໄດ້ຈັດຂຶ້ນໃນລະຫວ່າງທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາຂອງທຸກໆປີ ເພາະຊ່ວງເວລາການຈັດງານເທດສະການໃນໄລຍະນີ້ ແມ່ນໄລຍະທີ່ດອກງິ້ວພວມເບັ່ງບານເປັນສີແດງເປັ່ງປະກາຍມີຄວາມໂດດເດັ່ນໄປທົ່ວດອນດັ່ງກ່າວ, ເຊິ່ງຈຸດປະສົງໃນການຈັດງານດັ່ງກ່າວແມ່ນ: ເພື່ອເປັນການສົ່ງເສີມວັດທະນະທຳ, ຮີດຄອງປະເພນີລາວໂດຍສະເພາະປະຊາຊົນເຜົ່າຕ່າງໆໃນເຂດເມືອງຕົ້ນເຜິ້ງ, ເພື່ອສົ່ງເສີມການຜະລິດ, ເປັນການສະຫຼອງການເກັບກ່ຽວຜົນລະປູກຂອງຊາວເມືອງຕົ້ນເຜິ້ງ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວຕິດພັນກັບການອະນຸລັກທຳມະຊາດ ແລະ ກິດຈະກຳທີ່ຈັດຂຶ້ນໃນງານດັ່ງກ່າວເຊິ່ງປະກອບມີ: ການປະກວດນາງສາວດອກງິ້ວບານ, ການສະແດງສິລະປະວັນນະຄະດີຂອງບັນດາເຜົ່າຈາກບັນດາບ້ານອ້ອມຂ້າງ, ການວາງສະແດງສິນຄ້າ, ຈຳໜ່າຍສິນຄ້າ ແລະ ການແຂ່ງຂັນກິລາປະເພດຕ່າງໆຢ່າງມ່ວນຊື່ນ ເຊິ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທຸກສາລະທິດເຂົ້າມາທ່ຽວແຕ່ລະມື້ຫຼາຍພັນກວ່າຄົນ. ໃນປະຈຸບັນລັດຖະບານໄດ້ອະນຸຍາດໃຫ້ນັກທຸລະກິດຊາວຈີນສຳປະທານສ້າງເປັນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເລີ່ມແຕ່ປີ 2007 ເປັນຕົ້ນມາ ເຊິ່ງມີເປົ້າໝາຍພັດທະນາສ້າງເຂດເສດຖະກິດພິເສດສາມຫຼ່ຽມຄຳໃຫ້ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝ ແລະ ສີວິໄລ. ໃນແຕ່ລະວັນດອນຊາວແຫ່ງນີ້ກໍ່ໄດ້ເປີດບໍລິການທາງດ້ານການຄ້າ ແລະ ການທ່ອງທ່ຽວ ເຊິ່ງປະກອບມີຮ້ານຄ້າຂາຍສິນຄ້າທົ່ວໄປ, ຂາຍເຄື່ອງທີ່ລະນຶກຫຼາກຫຼາຍຊະນິດ ແລະ ໃນແຕ່ລະມື້ກໍ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຕາມລາຍການນຳທ່ຽວ “1 ຊົ່ວໂມງທ່ຽວໄດ້ 3 ປະເທດ” ຫຼາຍກວ່າ 1,000 ຄົນ.
ເມືອງ ເມິງ
ປ່າຫວາຍຫຼວງ
ເປັນແຫຼ່ງທ່ອງທ່ຽວທີ່ຕັ້ງຢູ່ລະຫວ່າງກາງ ບ້ານມອນແຫຼມ ແລະ ບ້ານປຸ່ງຈອມແສງເມືອງເມິງ, ມີໄລຍະຫ່າງຈາກເທດສະບານແຂວງປະມານ 129 ກິໂລແມັດ ແລະ ຫ່າງຈາກຕົວເມືອງປະມານ 12 ກິໂລແມັດ, ສາມາດເດີນທາງເຂົ້າເຖິງໄດ້ດ້ວຍລົດ, ໃນຂອບເຂດອ້ອມຮອບປ່າຫວາຍຫຼວງນີ້ເປັນເຂດປ່າສະຫງວນຂອງເມືອງເມິງ ທີ່ມີການອະນຸລັກທຳມະຊາດ ແລະ ປ່າໄມ້ ເຮັດໃຫ້ບໍລິເວນຂົງເຂດນັ້ນມີຄວາມອຸດົມສົມບູນໄປດ້ວຍທຳມະຊາດ ແລະ ປ່າໄມ້ທີ່ຮົ່ມເຢັນ, ຈຸດພິເສດຂອງຫວາຍທີ່ຢູ່ໃນປ່ານັ້ນແມ່ນມີຮູບຮ່າງຄືກັນກັບຫວາຍທົ່ວໄປແຕ່ມີຂະໜາດທີ່ໃຫຍ່ກວ່າ ແລະ ບໍ່ສາມາດກິນໄດ້ຄືກັບຫວາຍທົ່ວໄປຈົນຄົນໃນທ້ອງຖິ່ນເອີ້ນວ່າປ່າຫວາຍຫຼວງເຊິ່ງເປັນພາສາທ້ອງຖິ່ນທີ່ແປວ່າຫວາຍໃຫຍ່ແຕ່ເກີດມີການອອກສຽງທີ່ຜິດພ້ຽນໄປຈົນກາຍເປັນຊື່ “ປ່າຫວາຍຫຼວງ” ມາຈົນເຖິງປັດຈຸບັນ. ນອກຈາກນີ້, ຕາມຄວາມເຊື່ອຂອງຄົນເຖົ້າແກ່ພາຍໃນບ້ານແມ່ນໄດ້ເວົ້າວ່າ: ປ່ານີ້ເປັນປ່າສັກສິດ ເປັນບ່ອນສັກກາລະບູຊາ, ເຊິ່ງຕົ້ນຫວາຍໃນປ່າແຫ່ງນີ້ຍັງມີຄວາມເຊື່ອອີກວ່າໃນໄລຍະເວລາເຖິງ 9 ປີ ຈິ່ງຈະອອກດອກໜຶ່ງຄັ້ງແລະ ນອກຈາກຈະມີຕົ້ນຫວາຍໃຫຍ່ແລ້ວຍັງມີຕົ້ນໝາກເຜັດໃຫຍ່ 3 ອູ້ມ ແລະ ມີວັດ, ແຕ່ວ່າຕົ້ນໝາກເຜັດນັ້ນໄດ້ຫາຍໄປໂດຍບໍ່ມີຮ່ອງຮອຍ ແລະ ຫາຄໍຳຕອບບໍ່ໄດ້ເຫຼືອພຽງຕຳນານກ່າວຂານກັນມາເທົ່ານັ້ນ, ນອກຈາກນີ້ສະຖານທີ່ດັ່ງກ່າວຍັງມີຫີນສິມມາຕາມພາສາທ້ອງຖິ່ນ (ພາສາລື້)ເອີ້ນວ່າເປັນບ່ອນລອງກຳລອງບຸນ, ຕາມຄວາມເຊື່ອແລ້ວຫີນນີ້ເປັນບ່ອນຂໍພອນ ຫຼື ຂໍບຸນກຸສົນເພື່ອຕໍ່ອາຍຸສັງຂານ ເຊິ່ງໃຊ້ວິທີໂດຍການວາແຂນໃສ່ໄມ້ແລ້ວກໍ່ແທກໄວ້ ຫຼັງຈາກຂໍພອນແລ້ວກໍ່ວາແຂນອີກເທື່ອໜຶ່ງ ຖ້າຫາກວ່າວາຍາວຂຶ້ນກ່ວາເກົ່າແມ່ນຖືວ່າເຮົາໄດ້ຮັບພອນທີ່ຂໍໄປນັ້ນ ແລະ ມີຄຳເວົ້າຕໍ່ກັນມາອີກວ່າຖ້າຫາກໃຜທີ່ໄດ້ເຂົ້າມາກາບໄຫວ້ບູຊາແມ່ນຖືວ່າຈະເປັນສິລິມຸງຄຸນໃຫ້ແກ່ຊີວິດ, ແຕ່ເຖິງຢ່າງໃດກໍ່ຕາມເຖິງວ່າປ່າຫວາຍຫຼວງນີ້ຍັງບໍ່ທັນມີການລົງສໍາຫຼວດ ແລະ ຍັງບໍ່ທັນມີແຜນພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຢ່າງເປັນທາງການກໍ່ຕາມໃນທຸກໆປີເມືອງໄດ້ຈັດໃຫ້ມີງານເທດສະການຫວາຍຫຼວງຂຶ້ນ ທັງນີ້ກໍ່ເພື່ອເປີດໂອກາດໃຫ້ຜູ້ຄົນໄດ້ມາກາບໄຫວ້, ສັກກາລະບູຊາ, ມາທ່ຽວຊົມໂດຍຈັດໃຫ້ມີກິດຈະກໍາຕ່າງໆ.