ໜ້າຫຼັກ / ຂະແໜງບໍລິຫານ
ຂະແໜງບໍລິຫານ: ເປັນເສນາທິການໃຫ້ຄະນະນໍາພະແນກ ປິ່ນອ້ອມທຸກວຽກງານໃຫ້ແກ່ຂະແໜງການ-ກອງວິຊາການ, ເປັນສື່ກາງໃຫ້ແກ່ອົງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງໃນການປະສານງານ ເພື່ອບໍລິຫານວຽກໃຫ້ສະດວກຄ່ອງຕົວ; ເອົາໃຈໃສ່ ໃນການເຮັດໜ້າທີ່ສະຫຼຸບ-ສັງລວມວຽກງານຮອບດ້ານຂອງພະແນກເພື່ອລາຍງານຂັ້ນເທິງຮັບຊາບທັນເວລາ, ຂຶ້ນແຜນງົບປລາຍຮັບ - ລາຍຈ່າຍງົບປະມານປະຈໍາປີ, ສັງລວມແຜນການຈັດຊື້ວັດຖຸອຸປະກອນຮັບໃຊ້ແຕ່ລະຂະແຫນງພາຍໃນພະແນກ ແລະ ຄຸ້ມຄອງລາຍຮັບ - ລາຍຈ່າຍໃຫ້ຮັດກຸມຖືກຕ້ອງຕາມລະບຽບການເງິນ; ຊຸກຍູ້ຂະແໜງການຈັດເກັບລາຍຮັບໃຫ້ບັນລຸຕາມແຜນຄາດຄະເນ; ຕິດຕາມ, ຊຸກຍູ້ ແລະ ສົມທົບຂະແໜງການ ຈັດຕັ້ງປະຕິບັດບັນດາແຜນການ, ແຜນງານ ແລະ ໂຄງງການ ພ້ອມທັງສັງລວມ ແລະ ຂຶ້ນແຜນໂຄງການສະເຫນີຂໍອະນຸມັດການລົງທຶນຈາກແຫຼ່ງທຶນຕ່າງໆ; ສັງລວມບັນຊີຊັບສິນຂອງລັດໃຫ້ລະອຽດ,ຈະແຈ້ງແນໃສ່ຮັບປະກັນໃຫ້ແກ່ການຄຸ້ມຄອງ ແລະນໍາໃຊ້ໃຫ້ມີປະສິດທິພາບປະສິດທິຜົນ.
ເຄື່ອນໄຫວຕິດຕາມ, ກວດກາຕາມພາລະບົດບາດ, ຂອບເຂດສິດຫນ້າທີ່ຄວາມຮັບຜິດຊອບ, ຍົກສູງຄຸນນະພາບການກວດກາໃຫ້ໂປ່ງໃສ, ຊຸກຍູ້ເອົາໃຈໃສ່ເຄື່ອນໄຫວ ແລະ ການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດຖະກອນ; ເອົາໃຈໃສ່ຕິດຕາມກວດກາຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນ ຢ່າງເຂັ້ມງວດ ແລະ ນໍາພາວຽກງານປ້ອງກັນຄວາມສະຫົງບພາຍໃນສໍານັກງານ, ອົງການ.