ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມປຶກສາຫາລື ການກຳນົດຂອບເຂດເນື້ອທີ່ດິນ ຄ້າຍສິບ
ໃນຕອນເຊົ້າວັນທີ 15 ຕຸລາ 2025 ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປຊະຊຸມປຶດສາຫາລື ກ່ຽວກັບການກຳນົດຂອບເຂດເນື້ອທີ່ດິນຄ້າຍສິບ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີລັດ ແສງດາລາ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ມີບັນດາຄະນະຮັບຜິດຊອບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ ການກຳນົດຂອບເຂດເນື້ອທີ່ດິນດັ່ງກ່າວ ເພື່ອສະຫງວນໄວ້ໃນການພັດທະນາເປັນແຫຼ່ງທ່ອງທ່ຽວໃນຕໍ່ໜ້າ ແລະ ເພື່ອພັດທະນາເປັນສະຖານທີ່ແຫຼ່ງທ່ອງທ່ຽວທີ່ຕິດພັນກັບຄ້າຍເກົ່າທະຫານຝຣັ່ງທີ່ໄດ້ຮັບຮອງເປັນມໍລະດົກແຊາດທາງດ້ານປະຫວັດສາດຂອງແຂວງໃນອະນາຄົດ. ເຊິ່ງມີເນື້ອທີ່ດິນທັງໝົດມີ 17.659,09 ຕາແມັດ; ອາຄານໃຊ້ເປັນຫ້ອງການມີ 12 ຫຼັງ.