ຕາດຂຸນລູນາງອົ້ວ
ນ້ຳຕົກຕາດຂຸນລູ - ນາງອົ້ວ ມີທີ່ຕັ້ງຢູ່ຂອບເຂດ ບ້ານປາງທອງ ມີໄລຍະຫ່າງຈາກເທດສະບານແຂວງປະມານ 77 ກິໂລແມັດ ແລະ ຫ່າງຈາກຕົວເມືອງຜາອຸດົມປະມານ 7 ກິໂລແມັດ ແລະ ມີຊາຍແດນຕິດກັບບັນດາສະຖານທີ່ຕ່າງໆດັ່ງນີ້: ທິດຕາເວັນອອກຕິດກັບບ້ານ ແລະ ຫ່າງຈາກປາງທອງ, ທິດເໜືອຕິດກັບພູຜາອ່າງ, ທິດໃຕ້ຕິດກັບຜາຫີນ ແລະ ທິດຕາເວັນຕົກຕິດກັບຂົງເຂດສວນຂອງປະຊາຊົນ, ເສັ້ນທາງການເຂົ້າເຖິງແມ່ນຖືວ່າມີຄວາມສະດວກພໍສົມຄວນເຊິ່ງສາມາດໃຊ້ລົດເດີນທາງເຂົາໄປເຖິງນ້ຳຕົກໄດ້ເພາະນ້ຳຕົກຕາດແຫ່ງນີ້ໄດ້ມີການລົງສຳຫຼວດແລ້ວ ເຫັນວ່າຕາດດັ່ງກ່າວນີ້ມີຄວາມສູງປະມານ 30 ແມັດທີ່ມີນ້ຳຕົກທີ່ສວຍງາມ, ນອກນັ້ນບໍລິເວນອ້ອມຮອບຍັງມີປ່າໄມ້ ແລະ ພູຜາທີ່ສວຍສົດງົດງາມ, ມີການພັດທະນາສ້າງສິ່ງຮອງຮັບຫຼາຍຢ່າງໃຫ້ແກ່ຜູ້ເຂົ້ທ່ຽວຊົມຕໍ່ມາໃນປີ 2016 ໄດ້ມີການເປີດບໍລິການໃຫ້ແກ່ນັກທ່ອງທ່ຽວເຂົ້າໄປທ່ຽວຊົມຢ່າງເປັນທາງການໂດຍແມ່ນທາງພາກສ່ວນເອກະຊົນມາລົງທຶນ ແລະ ສ້າງສິ່ງອຳນວຍຄວາມສະດວກຫຼາຍຢ່າງເຊັ່ນ: ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ໄຟຟ້າ, ຫ້ອງນໍ້າ ແລະ ບ່ອນຈອດລົດໂດຍຂຶ້ນກັບການຄຸ້ມຄອງຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຜາອຸດົມ. ນອກຈາກນັ້ນນ້ຳຕົກຕາດແຫ່ງນີ້ຍັງມີຕຳນານເລົ່າຂານວ່າ: ແຕ່ກ່ອນໃນໝູ່ບ້ານແຫ່ງໜຶ່ງມີສອງສ່ຽວຊື່ວ່າ: ນາງຄຳພັນ ແລະນາງທອງສີ ເປັນເພື່ອນຮັກກັນຕັ້ງແຕ່ຄາວຍັງນ້ອຍ ເຂົາເຈົ້າທັງສອງໄດ້ໃຫ້ສັນຍາກັນວ່າຖ້າມີລູກຊາຍ - ຍິງ ຈະໃຫ້ແຕ່ງງານເປັນຄູ່ຜົວເມຍກັນ.ໃນເວລາຫຼາຍປີຕໍ່ມາເມື່ອທອງສີ ແລະ ຄໍາພັນ ໄດ້ສ້າງຄອບຄົວແລະ ທັງສອງກໍ່ຕ່າງຖືພາ, ຢູ່ມາມື້ໜຶ່ງທອງສີໄດ້ໄປຢ້ຽມຢາມຄຳພັນ ຜູ້ມີສວນໝາກກ້ຽງຫວັງຊິກິນສົ້ມັບໝູ່ຮັກແຕ່ວ່າຄຳພັນຊ້ຳພັດປະຕິເສດຄຳຂໍຮ້ອງຂອງທອງສີ ແລະ ເວົ້າວ່າໝາກກ້ຽງບໍ່ທັນສຸກບໍ່ທັນໃສຍັງບໍ່ຄວນຊິກິນໄດ້, ເມື່ອທອງສີໄດ້ຍິນເຊັ່ນນັ້ນກໍ່ຄິດຄຽດແຄ້ນໃນໃຈວ່າ: ຍາມຖືພານັ້ນຢາກ
ກິນສົ້ມຢາກໄປລົມພົບໝູ່ກໍ່ບໍ່ສົມມາດແມ້ງ, ຄວາມສົ້ມຈຶ່ງບົ່ມໃຈແຕ່ປາງນັ້ນບໍ່ມີລືມ. ຈົນຮອດມື້ທີ່ທັງສອງໄດ້ເກີດລູກເປັນຍອດຍິງ - ຊາຍສົມໃຈດັ່ງສອງສ່ຽວເຊິ່ງລູກຂອງຄຳພັນມີຊື່ວ່າ: “ຂຸນລູ” ແລະ ລູກຂອງທອງສີມີຊື່ວ່າ:“ນາງອົ້ວ”. ເມື່ອລູກຂອງທັງສອງໃຫຍ່ຂຶ້ນມາ ແລະ ເກີດມີຄວາມຮັກມັກກັນ ຕ່າງກໍ່ມີແນວຄິດຢາກມີຄູ່ຊ້ອນນອນກ່ອມ, ທັນໄດນັ້ນຄໍາພັນຈຶ່ງໄດ້ເດີນທາງມາຍັງເພື່ອນແກ້ວ ເພາະຄິດເຖິງຄຳໝັ້ນໝາຍທີ່ມີຕໍ່ກັນເພື່ອໝາຍໃຫ້ລູກຊາຍໄດ້ຜູກພັນກ່ອມກ້ຽວໃຫ້ເປັນເຜິ້ງປ່ຽງດຽວກັນກັບລູກສາວຂອງເພື່ອນຄືດັ່ງສັນຍາແຕ່ຄາວກ່ອນ. ແຕ່ພໍຄຳພັນໄດ້ເດີນທາງມາເຖິງທອງສີ, ທອງສີຊ້ຳພັດປະຕິເສດຄຳຂອງຄຳພັນເພາະຍັງເຈັບໃຈຕັ້ງແຕ່ຄັ້ງຄາວຫຼັງຍັງບໍ່ອາດລືມລົງໄດ້ໂດຍເວົ້າວ່າ: ນາງອົ້ວຈະເອົາຂຸນລາງຜູ້ຮັ່ງມີລືກ້ອງ, ມີເຂົ້າຂອງເງິນທອງເຄື່ອງໃຊ້ ແລະ ມີທັງງົວຄວາຍຊ້າງມ້າ ເຊິ່ງເວລານີ້ທອງສີຍັງບໍ່ຮູ້ວ່າລູກສາວຕົນໄດ້ມອບໝາຍໃຈໃຫ້ກັບຂຸນລູ, ທັງສອງໄດ້ສັນຍາຮັກນຳກັນເດັດດ່ຽວບໍ່ໝາຍມ້າງຫ່າງກັນ, ຈົນເວລາຕໍ່ມາທອງສີໄດ້ຮັບຮູ້ວ່າລູກສາວຕົນຮັກມັກກັບຂຸນລູຈຶ່ງໄດ້ມີການກີດກັ້ນ, ກັກຂັງ, ຮ້າຍດ່າ, ປະນາມນາງອົ້ວແລະ ຍັງໄດ້ບັງຄັບຂືນໃຈໃຫ້ນາງອົ້ວແຕ່ງດອງກັບຂຸນລາງຢ່າງໄວວາ. ເມື່ອຮັກຖືກກີດກັ້ນບໍ່ສົມມະໂນໝາຍ ນາງອົ້ວ ຈຶ່ງຕັດສິນໃຈບໍ່ຂໍຢູ່ເປັນຄົນແລ້ວຕາຍໄປ້າຂຸນລູຢູ່ສະຫວັນຊັ້ນຟ້າ, ທັນໄດນັ້ນນາງອົ້ວກໍ່ຊອກເຊືອກມາແຂວນຄໍກ້ອງຕົ້ນຈອງຈັນຫອມ ແລະ ສິ້ນໃຈໃນວັນ ນັ້ນ, ເວລາຕໍ່ມາຂຸນລູຮູ້ຂ່າວວ່ານາງອົ້ວຜູ້ເປັນສາຍໃຈຮັກສິ້ນໃຈກໍ່ເລີຍແທງຄໍຕົນເອງດ້ວຍດາບດັບຊີບສິ້ນນຳໄປຫານາງອົ້ວຢູ່ສະຫວັນ. ຕື່ນຮຸ່ງເຊົ້າຂະ ບວນແຫ່ຂອງຂຸນລາງ ພວມມ່ວນມາຕາມທາງວ່າຈະໄປກິນດອງກໍ່ໄດ້ຍິນສຽງຊ່ານັນເນືອງກ້ອງວ່າ ຂຸນລູ - ນາງອົ້ວ ພ້ອມໃຈກັນຕາຍແລ້ວແຕ່ມື້ວານ, ຂະບວນ ແຫ່ຈຶ່ງແຕກກະຈາຍທົ່ວດົງດອນສ່ວນທອງສີແມ່ຂອງນາງອົ້ວສຸດດອຍ, ກິນແໜງໃຈໃນຄວາມສໍານຶກຜິດກໍ່ແມ່ນສວາຍເກີນແກ້ນໍ້າຕາຕົກໄຫຼລິນນອງເຂົ້າປ່າໝົດລົມຫາຍໃຈຢູ່ເທິງພູ, ສ່ວນວ່າສອງເບົ້າຕານາງຍັງມີນ້ຳຫຼັ່ງໄຫຼລິນເປັນຕາດໂຕນປາຍຍາວລົງເລື້ອຍໄຫຼເປັນຕາດໃຫຍ່ທັງຍາມຝົນ ແລະ ຍາມແລ້ງບໍ່ມີວັນເຫືອດ ແຫ້ງຫາຍ. ນັບແຕ່ມື້ນັ້ນມາເພິ່ນຈຶ່ງເອີ້ນຊື່ນໍ້າຕົກແຫ່ງນີ້ວ່າ: ນໍ້າຕົກຕາດນໍ້າຕາແມ່ຫຼື ນໍ້າຕົກຕາດຂຸນລູ - ນາງອົ້ວມາຈົນເຖິງທຸກວັນນີ້.
ແຫຼ່ງທ່ອງທ່ຽວ
ໜ້າຫຼັກ / ແຫຼ່ງທ່ອງທ່ຽວ / ແຫຼ່ງທ່ອງທ່ຽວ
ເມືອງ ຜາອຸດົມ
ເມືອງ ປາກທາ
ນໍ້າລອດພູຊ້າງ ຈຽງຕອງ“ນ້ຳລອດພູຊ້າງຈຽງຕອງ”ເປັນສະຖານແຫຼ່ງທ່ອງທ່ຽວແຫ່ງໃໝ່ອີກຈຸດໜຶ່ງຂອງແຂວງບໍ່ແກ້ວ. ມີທີ່ຕັ້ງຢູ່ບ້ານຈຽງຕອງ, ເມືອງປາກທາຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 70 ກມ. ທ່ານສາມາດເດີນໄປດ້ວຍຕົນເອງເຊິ່ງມີສອງເສັ້ນທາງໃຫ້ເລືອກຄື: ທາງລົດ ແລະ ທາງເຮືອ, ເສັ້ນທາງລົດ ແມ່ນໄປຕາມເສັ້ນທາງໄປເມືອງປາກທາ ຈາກເມືອງປາກທາມຸ່ງໜ້າໄປທາງບ້ານກ້ອນຕື່ນ( ຂ້າມເຮືອບັກຢູທີ່ທ່າບ້ານກ້ອນຕື່ນ) ແລ້ວຂີ່ລົດເຂົ້າໄປຕໍ່ອີກປະມານ 15 ກິໂລແມັດ ກໍເຖິງສະຖານທີ່ແຫ່ງດັ່ງກ່າວ.ອີກເສັ້ນທາງໜຶ່ງແມ່ນຂີ່ເຮືອໄວ ຫຼື ເຮືອໂດຍສານບໍ່ແກ້ວ-ເມືອງປາກແບງ ແລ້ວແວ່ຈອດອອກທີ່ທ່າບ້ານກ້ອນຕື່ນ ແລ້ວຂີ່ລົດກະບະເຂົ້າໄປ. ຢູ່ສະຖານທີ່ແຫ່ງນີ້ ເປັນ ແຫຼ່ງທ່ອງທ່ຽວແບບທຳມະຊາດປະສົມປະສານກັບວັດທະນະທຳຊົນເຜົ່າ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ ທີ່ຢັ່ງຢາຍຢູ່ບໍລິເວນໃກ້ຄຽງກັນ. ແຫຼ່ງທ່ອງ
ທ່ຽວແຫ່ງນີ້ໄດ້ເລີ່ມພັດທະນາມາແຕ່ປີ 2015 ເປັນຕົ້ນມາ ໂດຍແມ່ນການລົງທຶນຂອງ ທ່ານ ຈືກຸ ວື. ນັກທຸລະກິດພາຍໃນແຂວງ ເປັນຜູ້ລົງທຶນ100% ໃນເບື່ອງຕົ້ນໄດ້ສ້າງເຮືອນພັກເປັນຫຼັງ (ຣີສອດ)ຈໍານວນ 10 ຫຼັງ, ຮ້ານອາຫານ 1 ຫຼັງ, ມາເຖິງປີ 2015 ຜູ້ກ່ຽວໄດ້ຂະຫຍາຍກິດຈະການເພີ່ມເຕີມ ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ກັບລູກຄ້າທີ່ຈະມາໃຊ້ບໍລິການໃຫ້ພຽງພໍເຊັ່ນ: ສ້າງເຮືອນພັກອີກ1ຫັງ, ສອງຊັ້ນ, ຈຳນວນ 19 ຫ້ອງນອນ, ມີຮ້ານອາຫານ, ມີເວທີການສະແດງ ເຄື່ອງສຽງຄົບຊຸດ, ມີສະຫວ້າຍນໍ້າແບບທໍາມະຊາດ ( ຫ້ວຍນໍ້າທໍາມະຊາດ) ແລະ ຜູ້ທີ່ມັກປະຈົນໄພກໍຈະມີກິດຈະກຳຂີ່ສາຍສະລິງ( Zipline), ແລະ ຂົວອູ່ໄວ້ຄອຍບໍລິການຜູ້ທີ່ມາທ່ຽວຊົມ, ນອກຈາກນີ້ກໍຍັງມີລາຍການເດີນປ່າທ່ຽວຊົມທຳມະຊາດ, ທ່ຽວຊົມຖໍ້າ ທີ່ມີຄວາມສວຍງາມປະດັບປະດາດ້ວຍນົມຜາທີ່ມີຮູບຊົງລວຍລາຍຕ່າງໆທີ່ໜ້າສົນໃຈ. ຈຸດພິເສດຂອງສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ ມີແມ່ນໍ້າທີ່ໄຫຼລອດອອກຈາກຕີນພູ ທີ່ໃສສະອາດ ແລະ ມີຄວາມສວຍງາມ ສາມາດລອຍອາບຫຼິ້ນເພື່ອຜ່ອຍຄາຍກັບອາກາດທີ່ຮ້ອຍອົບເອົ້າ. ພ້ອມກັນນັ້ນກໍຍັງມີຕູບນັ່ງຫຼິ້ນລຽບແຄມແມ່ນໍ້າໄວ້ນັ່ງກິນອາຫານແບບສ່ວນຕົວ ແລະ ຄອບຄົວອີກດ້ວຍ. ໃນແຕ່ລະປີ ອຳນາດການປົກຄອງບ້ານໄດ້ສົມທົບກັບເຈົ້າຂອງໂຄງການນຳໃຊ້ສະຖານທີ່ແຫ່ງນີ້ຈັດງານບຸນປະເພນີຂອງເຜົ່າມົ້ງ ເພື່ອເປັນການສົ່ງເສີມໃຫ້ຄົນຮຸ່ນຫຼັງຊ່ວຍກັນອະນຸລັກ, ປົກປັກຮັກສາທາງດ້ານວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງເຜົ່າໄວ້ໃຫ້ໝັ້ນຄົງ ເປັນຕົ້ນງານ ບຸນກິນຈຽງ(ນໍເປເຈົາ) ເຊິ່ງແຕ່ລະປີຈະຈັດຢູ່ໃນຊ່ວງທ້າຍເດືອນມັງກອນ ຫາ ຕົ້ນເດືອນກຸມພາ ຂອງທຸກໆປີ. ຢູ່ໃນງານກໍຈະມີກິດຈຳຕ່າງໆ ເຊັ່ນ: ການແຂ່ງຂັນກິລາບານເຕະ, ກິລາງົວຊົນງົວ, ກິດຈະກຳໂຍນໝາກຄອນ ແລະ ພິທີການຕາງໆຕາມປະເພນີຂອງເຜົ່າ. ທ່ານໃດມີຄວາມສົນໃຈຢາກໄປສຳພັດກັບທຳມະຊາດ, ສຳພັດກັບວິຖີຊີວິດ ແລະ ຮຽນຮູ້ວັດທະນະທຳ ຂອງຊາວຊົນນະບົດ ທ່ານສາມາດເດີນທາງມາສະຖານທີ່ແຫຼ່ງທ່ອງທ່ຽວແຫ່ງນີ້ ແລ້ວທ່ານຈະໄດ້ປະສົບການອັນໃໝ່ໆ. ທ່ານ ໃດສົນໃຈສາມາດຕິດຕໍ່ໄດ້ ທາງໂທລະສັບໄດ້ທີ່ເບີ 02059444453 ທ່ານ ເບຼຍເຢັງ ວື, ຜູ້ຈັດການທົ່ວໄປ. “ພວກເຮົາພ້ອມແລ້ວທີ່ຈະຮັບໃຊບໍລິການ ທ່ານດ້ວຍຄວາມຈິງໃຈ ”